ລາຄາອາຫານໂລກ ອາດເພີ່ມຂຶ້ນ ຫຼັງອິນເດຍ ກຽມເກັບພາສີສົ່ງອອກເຂົ້າ 20%

44

ສຳນັກຂ່າວບລູມເບີກ ລາຍງານວ່າ ອິນເດຍ ເຊິ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງໂລກ ໂດຍກວມເອົາ 40% ຂອງຕະຫຼາດໂລກ ໄດ້ກຳນົດພາສີການສົ່ງອອກເຂົ້າບາງສ່ວນ ເພື່ອຮັກສາອຸປະທານເຂົ້າພາຍໃນປະເທດ ຫຼັງຜົນຜະລິດລະດູການນີ້ຫຼຸດລົງ ເຊິ່ງອາດຈະສົ່ງຜົນໃຫ້ ລາຄາອາຫານທົ່ວໂລກເພີ່ມຂຶ້ນ ແລະ ຊ້ຳຕື່ມວິກິດອາຫານໃນຫຼາຍປະເທດ.

May be an image of 3 people, people standing and outdoors

ກະຊວງການເງິນ ຂອງອິນເດຍ ເປີດເຜີຍໃນວັນທີ 8 ກັນຍາ 2022 ວ່າ: ລັດຖະບານອິນເດຍ ຈະເກັບພາສີການສົ່ງອອກເຂົ້າ ທັງເຂົ້າເປືອກ ແລະ ເຂົ້າສານໃນອັດຕາ 20% ໂດຍເຂົ້າ ເປັນສິນຄ້າກະສິກຳສຳຄັນອັນດັບ 3 ຂອງອິນເດຍ ທີ່ຕ້ອງຄວບຄຸມການສົ່ງອອກໃນປີນີ້ ເພື່ອຮັກສາປະລິມານເຂົ້າພາຍໃນປະເທດ.

ມາດຕະການດັ່ງກ່າວ ຍິ່ງຈະເພີ່ມແຮງກົດດັນໃຫ້ຫຼາຍປະເທດທີ່ກຳລັງປະເຊີນກັບຄວາມອຶດຫິວ ແລະ ຈະເຮັດໃຫ້ລາຄາອາຫານໂລກເພີ່ມຂຶ້ນ ໂດຍເຂົ້າເປັນສິນຄ້າທີ່ມີຄວາມສຳຄັນ ເນື່ອງຈາກປະຊາຊົນຫຼາຍພັນລ້ານຄົນ ເພິ່ງພາເຂົ້າເປັນອາຫານຫຼັກ ໂດຍສະເພາະທະວີບອາຊີທີ່ມີການຜະລິດ ແລະ ບໍລິໂພກເຂົ້າ ກວມເອົາ 90% ຂອງຕະຫຼາດໂລກ.

May be an image of 1 person and outdoors

ສະມາຄົມຜູ້ສົ່ງອອກເຂົ້າຂອງອິນເດຍ ລະບຸວ່າ: ມາດຕະການດັ່ງກ່າວ ຈະເຮັດໃຫ້ລາຄາເຂົ້າໃນຕະຫຼາດໂລກເພີ່ມຂຶ້ນ ແລະ ຈະເປີດໂອກາດໃຫ້ປະເທດຜູ້ຜະລິດເຂົ້າລາຍໃຫຍ່ຂອງໂລກ ເຊັ່ນ: ໄທ, ຫວຽດນາມ ແລະ ປາກິດສະຖານ ສົ່ງອອກເຂົ້າເພີ່ມຂຶ້ນ.