ສ.ເກົາຫຼີ ສະເໜີຈັດງານລວມຍາດສອງເກົາຫຼີ

74

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ກັນຍາ 2022 ວ່າ ສາທາລະນະລັດເກົາຫຼີ ໄດ້ສະເໜີຈັດງານລວມຍາດຕິພີ່ນ້ອງກັບ ສປປ ເກົາຫຼີ ເພື່ອເປີດໂອກາດໃຫ້ສະມາຊິກຄອບຄົວຂອງ 2 ເກົາຫຼີ ທີ່ຕ້ອງພັດພາກຈາກກັນເນື່ອງຈາກສົງຄາມເກົາຫຼີ ໄດ້ມີໂອກາດພໍ້ໜ້າກັນອີກຄັ້ງ.

May be an image of 2 people and people standing

ທັງນີ້ ສ.ເກົາຫຼີ ໄດ້ສະເໜີຈັດກອງປະຊຸມ ເພື່ອຮື້ຟື້ນການຈັດງານລວມຍາດພີ່ນ້ອງກັບ ສປປ ເກົາຫຼີ, ແນວໃດກໍຕາມ ຍັງບໍ່ຮູ້ວ່າທ່າທີຂອງ ສປປ ເກົາຫຼີ ຈະຕອບຮັບຂໍ້ສະເໜີດັ່ງກ່າວ ຫຼື ບໍ່?.

May be an image of 2 people

ທັງນີ້, ສົງຄາມເກົາຫຼີ ໄດ້ເກີດຂຶ້ນໃນປີ 1950 – 1953 ເຮັດໃຫ້ຊາວເກົາຫຼີຫຼາຍລ້ານຄົນຕ້ອງພັດພາກຈາກຄອບຄົວ ໂດຍບໍ່ສາມາດຕິດຕໍ່ສົ່ງຂ່າວຄາວຫາກັນໄດ້, ຈົນຫຼາຍສິບປີຕໍ່ມາ ທັງສອງເກົາຫຼີ ຈຶ່ງໄດ້ເລີ່ມມີການຈັດງານວັນລວມຍາດຂຶ້ນເປັນບາງຄັ້ງຄາວ ເພື່ອເປີດໂອກາດໃຫ້ສະມາຊິກຄອບຄົວໄດ້ມາພໍ້ໜ້າກັນ ໂດຍຄັ້ງສຸດທ້າຍມີຂຶ້ນເມື່ອປີ 2018.