ຈີນ ຈະສ້າງທາງດ່ວນລອດໃຕ້ນ້ຳຢາງຊີ

72

ສຳນັກຂ່າວຊິນຮວາ ລາຍງານເມື່ອວັນທີ 8 ກັນຍາ 2022 ວ່າ ບໍລິສັດກໍ່ສ້າງທາງລົດໄຟຈີນ ຈຳກັດ ປະກາດເລີ່ມກໍ່ສ້າງອຸມົງຂະໜາດໃຫຍ່ໃຕ້ແມ່ນ້ຳຢາງຊີ ( yangtze ) ໃນແຂວງ ຈຽງຊູ ( Jiangsu ) ທາງພາກຕາເວັນອອກຂອງຈີນ ໂດຍມີຈຸດໝາຍ ເພື່ອສ້າງຖະໜົນສາຍຫຼັກລອດຜ່ານແມ່ນ້ຳທີ່ຍາວທີ່ສຸດຂອງປະເທດ.

May be an image of ocean

ໂດຍຖືກອອກແບບໃຫ້ເປັນທາງດ່ວນແລ່ນສວນທາງກັນ ເບື້ອງລະ 3 ເລນ ມີຄວາມຍາວ 39 ກິໂລແມັດ, ໃນນັ້ນອຸມົງທີ່ລອດໃຕ້ແມ່ນ້ຳຍາວ 11,2 ກິໂລແມັດ ພ້ອມດ້ວຍຄວາມໄວອອກແບບແລ່ນໄດ້ ສູງສຸດ 100 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະກໍ່ສ້າງສຳເລັດ ແລະ ເປີດການສັນຈອນພາຍໃນປີ 2028 ເຊິ່ງຈະເປັນໂຄງການສຳຄັນທີ່ນຳໃຊ້ເຕັກໂນໂລຊີທັນສະໄໝໃນການຂຸດເຈາະອຸມົງ, ການປ້ອງກັນນ້ຳ ແລະ ອື່ນໆ.

May be an image of body of water and sky