ໜ້າສົນໃຈ! ຄູຝຶກ ຢູ 20 ລາວ ເຊີນຊວນແຟນບານໄປເບິ່ງການພັດທະນາຂອງທີມນັດມື້ອື່ນວັດຄົມ ກວມ

206

ໃນທີ່ສຸດ ການແຂ່ງຂັນບານເຕະ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ແຂ່ງຂັນໃນລະຫວ່າງວັນທີ 10-18 ກັນຍາ 2022 ໂດຍ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ກຸ່ມ C ປະກອບມີ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ ກໍກຽມເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 10 ກັນຍາ 2022.

ຫຼ້າສຸດວັນທີ 9 ກັນຍາ 2022 ໄດ້ມີພິທີຖະແຫຼງຂ່າວລາຍງານຄວາມພ້ອມຂອງແຕ່ລະທີມທີ່ໂຮງແຮມແລນມາກ ໂດຍມີຫົວໜ້າຄູຝຶກຂອງ ຍີ່ປຸ່ນ, ເຢເມນ, ປາແລສຕິນ, ລາວ (ເຈົ້າພາບ) ແລະ ກວມ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກຂອງທີມຊາດລາວ ຢູ 20 ກ່າວວ່າ: ທີມຊາດລາວ ຢູ 20 ຊຸດນີ້ແມ່ນສືບເນື່ອງມາຈາກ ທີມຊາດລາວ ຊຸດຢູ 19 ທີ່ສາມາດສ້າງຜົນງານໂດດເດັ່ນໃນລາຍການຊີງແຊັມອາຊີ 2022 ແລະ ກໍມີການກຽມຕົວມາໃນໄລຍະໜຶ່ງແລ້ວ ເຊິ່ງແນ່ນອນມື້ອື່ນຈະລົງສະໜາມພົບກັບ ກວມ ແມ່ນມີຄວາມພ້ອມ, ສ່ວນຮູບເກມ ແລະ ການພັດທະນາຂອງທີມຕ້ອງໄປເບິ່ງໃນສະໜາມມື້ອື່ນ ແລະ ຄວາມຫວັງແມ່ນຢາກຊະນະທຸກນັດ. ແນ່ນອນກໍຢາກຂໍເຊີນຊວນແຟນບານຊາວມາເບິ່ງໃນສະໜາມ ກຸ່ມຂອງພວກເຮົາມີທີມທີ່ໜ້າສົນໃຈກໍຄື ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ

ຂະນະທີ່ ຫົວໜ້າຄູຝຶກຂອງ ກວມ ກ່າວວ່າ: ມີນັກເຕະຈໍານວນໜຶ່ງທີ່ດືງມາຈາກ ອາເມຣິກາ ແລະ ມີການກຽມທີມມາໃນໄລຍະໜຶ່ງແລ້ວ ແລະ ຫວັງວ່າການແຂ່ງຂັນນັດນີ້ຈະເປັນນັດທີດີ ທີ່ຈະພົບກັບ ທີມຊາດລາວ ເຈົ້າພາບ.
ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ປະກອບມີ:

– 10/09/2022 ເວລາ 19:00 ລາວ ພົບ ກວມ
– 12/09/2022 ເວລາ 19:00 ລາວ ພົບ ຍີ່ປຸ່ນ

– 14/09/2022 ເວລາ 19:00 ລາວ ພົບ ເຢເມນ

– 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ


ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ຖ່າຍທອດສົດ ທາງໂທລະພາບແຫ່ງຊາດລາວ ຊ່ອງ 3.