ຍີ່ປຸ່ນ ມອບປ່ອງປາສະໜອງອາຫານທ່ຽງໃຫ້ໂຮງຮຽນປະຖົມ 1.400 ກວ່າແຫ່ງ ຢູ່ລາວ ມູນຄ່າ 3,6 ລ້ານໂດລາ

65

ວັນທີ 8 ກັນຍາ 2022 ທີ່ສາງອາຫານຂອງອົງການອາຫານໂລກ ໄດ້ມີພິທີມອບ-ຮັບປາກະປ໋ອງ ຊຶ່ງເປັນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໂດຍ ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ນຳເອົາຕູ້ອາຫານ (ປ໋ອງປາ) ຈໍານວນ 32 ຕູ້, ລວມມູນຄ່າປະມານ 3,6 ລ້ານໂດລາ ມາມອບໃຫ້ລັດຖະບານບານລາວ ເພື່ອເປັນອາຫານທ່ຽງ ໃຫ້ແກ່ນັກຮຽນໂຮງຮຽນປະຖົມ 132.450 ຄົນ, ໃນໂຮງຮຽນ 1.423 ແຫ່ງ ໃນທົ່ວປະເທດ, ຕາງໜ້າຮັບໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການລົງທຶນໃນດ້ານໂພຊະນາການ, ສຸຂະ ພາບ ແລະ ການສຶກສາຂອງເດັກນ້ອຍ ເປັນການຊ່ວຍໃຫ້ພວກເຂົາກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ໃນຂະນະດຽວກັນກໍເປັນການຊ່ວຍທຳລາຍວົງຈອນ ຂອງການຂາດສານອາຫານອີກດ້ວຍ, ປັດຈຸບັນຄອບຄົວ ແລະ ຊຸມຊົນເລີ່ມເຫັນຜົນປະໂຫຍດຂອງອາຫານເພື່ອສຸຂະພາບ ຜ່ານວຽກງານອາຫານໃນໂຮງຮຽນຫລາຍຂຶ້ນ ເຊິ່ງເປັນນິມິດ ໝາຍທີ່ດີ ເພາະມັນຈະເປັນການຊ່ວຍຫລຸດຜ່ອນຄວາມທຸກຍາກ ໃນໄລຍະຍາວ.

ທ່ານ ເຄນິຊິ ໂກບາຍາຊິ ກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນມີຄວາມສຳຄັນຢ່າງຕໍ່ເນື່ອງໃນ ສປປ ລາວ, ການປັບປຸງໂພຊະນາການ ໂດຍສະເພາະເດັກນ້ອຍ ແມ່ນມີຄວາມສຳຄັນໃນລັກສະນະທີ່ ຊ່ວຍຮັບປະກັນສຸຂະພາບຂອງຄົນຮຸ່ນ ໃໝ່ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານ ເຊິ່ງເປັນບົດບາດທີ່ສຳຄັນໃນການເສີມສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ. ຍີ່ປຸ່ນ ໃນຖານະທີ່ເປັນຄູ່ຮ່ວມມືຍຸດທະສາດກັບ ສປປ ລາວ, ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຂົງເຂດທີ່ກ່ຽວຂ້ອງເຊັ່ນ: ການຊ່ວຍເຫລືອດ້ານສະບຽງອາຫານ, ດ້ານກະສິກຳ ແລະ ການສຶກສາ, ໂດຍການຮ່ວມມືກັບອົງການສາກົນຕ່າງໆ ເປັນຕົ້ນໂຄງການອາຫານໂລກ.

ທ່ານ ຢານ ເດວບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າຂອງ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ມີຄຳເຫັນບາງວ່າ: ອົງການອາຫານໂລກ ໄດ້ອຸທິດ ແລະ ພະຍາຍາມສຸດຄວາມສາມາດ ໃນການພັດທະນາໂຮງຮຽນໃນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການຂອງເດັກນ້ອຍ, ນອກຈາກອັດຕາການເຂົ້າຮຽນເພີ່ມຂຶ້ນ, ການເຂົ້າຮຽນ ແລະ ຜົນການຮຽນທີ່ດີຂຶ້ນຂອງເດັກນ້ອຍ, ພວກເຮົາຍັງເຊື່ອໃນຜົນປະໂຫຍດຂອງວຽກງານອາຫານໃນໂຮງຮຽນ ທີ່ຈະເປັນທ່າແຮງໜຶ່ງຂອງຊຸມຊົນທີ່ຈະຊ່ວຍເຫລືອພວກເຂົາ ອອກຈາກຄວາມທຸກຍາກ ໂດຍການສ້າງໂອກາດ ແລະ ລາຍຮັບໃຫ້ແກ່ຊຸມຊົນ ດ້ວຍການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ການຮ່ວມມືທີ່ມີມາແຕ່ດົນນານກັບ ກະຊວງສຶກສາທິການ ແລະ ກິລາ.