ສຶກສາຄວາມເປັນໄປໄດ້ ໂຄງການລ້ຽງງົວ ທັນສະໄໝຄົບວົງຈອນຢູ່ 3 ເມືອງຂອງແຂວງໄຊສົມບູນ

170

ອົງການປົກຄອງ ແຂວງໄຊສົມບູນ ແລະ ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໂຄງການລ້ຽງງົວ ທັນສະໄໝ ຄົບວົງຈອນ ເຂດບ້ານພູຫົວຊ້າງ ເມືອງອະນຸວົງ, ເຂດບ້ານຊຳທອງ ເມືອງລ້ອງແຈ້ງ ແລະ ເຂດບ້ານນໍ້າລ້ອງ ເມືອງທ່າໂທມ ແຂວງໄຊສົມບູນຂຶ້ນ ໃນຕອນເຊົ້າຂອງວັນທີ 8 ກັນຍາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງອະນຸວົງ, ເຈົ້າເມືອງທ່າໂທມ, ເຈົ້າເມືອງລ້ອງແຈ້ງ, ທ່ານ ຄູນຈະເລີນ ສີລາຊາ ຮອງປະທານບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາພະແນກການອ້ອມຂ້າງແຂວງ ແລະ ຝ່າຍບໍລິສັດ ເຂົ້າຮ່ວມ.


ເນື້ອໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໂຄງການລ້ຽງງົວ ທັນສະໄໝ ຄົບວົງຈອນ ໃນເນື້ອທີ່ 1,228 ເຮັກຕາ ຢູ່ເຂດບ້ານພູຫົວຊ້າງ ເມືອງອະນຸວົງ, ເຂດບ້ານຊຳທອງ ເມືອງລ້ອງແຈ້ງ ແລະ ເຂດບ້ານນໍ້າລ້ອງ ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ເປັນຜູ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ, ຊຶ່ງເປັນບໍລິສັດເອກະຊົນພາຍໃນ 100% ມີໄລຍະເວລາຂອງບົດບັນທຶກຄວາມເຂົ້າໃຈແມ່ນ 18 ເດືອນ, ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງສຶກສາ, ສຳຫລວດຂໍ້ມູນລາຍລະອຽດຂອງພື້ນທີ່ໂຄງການ, ສ້າງບົດວິພາກເສດຖະກິດ, ເຕັກນິກ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດເບື້ອງຕົ້ນ.

ພາຍຫລັງເຊັນບົດບັນທຶກຄວາມເຂົ້າໃຈ (MOU) 1 ເດືອນ ທາງບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ຈະວາງເງິນຄໍ້າປະກັນໂຄງການ 50,000 ໂດລາສະຫະລັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງແຜນການ ແລະ ການລົງທຶນ. ທັງນີ້ ກໍຈະເປັນອີກທ່າແຮງໜຶ່ງໃນການພັດທະນາແຂວງໄຊສົມບູນ ຈະມີສ່ວນຊ່ວຍໃນການຊຸກຍູ້ທາງດ້ານເສດຖະກິດຢູ່ພາຍໃນແຂວງ ໃຫ້ໄດ້ຮັບການພັດທະນາແບບກ້າວກະໂດດ ທີ່ຕິດພັນກັບການພັດທະນາສັງຄົມ ໂດຍສະເພາະແມ່ນທ້ອງຖິ່ນເມືອງອະນຸວົງ, ເມືອງລ້ອງແຈ້ງ, ເມືອງທ່າໂທມ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນ, ມີລາຍຮັບອາຊີບທີ່ໝັ້ນຄົງ ຍິ່ງຂຶ້ນ.

ຈາກນັ້ນທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ຕາງໜ້າລົງນາມເຊັນໂດຍທ່ານ ພູພັດ ສິງທາວົງໄຊ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ດຣ ພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ຮືທໍ່ ເພຍຫລວງ ເຈົ້າເມືອງອະນຸວົງ, ທ່ານ ອຸດອນ ສິງດາລາ ເຈົ້າເມືອງລ້ອງແຈ້ງ, ທ່ານ ພິມພາ ນິລາວົງ ເຈົ້າເມືອງທ່າໂທມ ກັບ ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ທ່ານ ຄູນຈະເລີນ ສີລາຊາ ຮອງປະທານບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໂດຍຊ້ອງໜ້າທ່ານເຈົ້າແຂວງໄຊສົມບູນ, ຄະນະນຳຂອງແຂວງ, ພະແນກການອ້ອມຂ້າງແຂວງ ແລະ ພະຍານທັງສອງຝ່າຍ ເປັນສັກຂີພິຍານ.

ຂ່າວຈາກ: ຈົດໝາຍຂ່າວໄຊສົມບູນ