ລາຊະສຳນັກວັງບັກກິງແຮມ ແຫ່ງຣາຊະອານາຈັກອັງກິດ ໄດ້ປະກາດ ວັນທີ 8 ກັນຍາ 2022 ນີ້ ວ່າ: ສົມເດັດພະລາຊີນີ ອາລິຊາເບດທີ 2 (Queen Elizabeth II) ແຫ່ງຣາຊະອານາຈັກອັງກິດ ເຖິງແກ່ສະຫວັນນະຄົດແລ້ວ ລວມອາຍຸ 96 ພັນສາ.
ສົມເດັດພະລາຊີນີ ອາລິຊາເບດທີ 2 ຄອງລາດຍາວນານເປັນເວລາ 70 ປີ 214 ມື້, ຖືວ່າເປັນປະມຸກແຫ່ງຣາຊະອານາຈັກອັງກິດທີ່ຄອງລາດຍາວນານທີ່ສຸດ ແລະ ເປັນອັນດັບ ສອງຂອງໂລກ ຮອງຈາກ ພະເຈົ້າຫຼຸຍ 14 ຂອງປະເທດຝຣັ່ງ.