ລາວ-ສ.ເກົາຫຼີ ເຫັນດີສືບຕໍ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດບູລີມະສິດຕ່າງໆ

61

ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ດີ ແລະ ເພີ່ມທະວີການຮ່ວມມືອັນມີໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 05 – 08 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.

ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ສ. ເກົາຫລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ທົບທວນຄືນການຮ່ວມມືທີ່ເຕັມໄປດ້ວຍ ໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ຕະຫລອດຊຸມປີຜ່ານມາ ກໍ່ຄືການຮ່ວມມື ໃນດ້ານການເມືອງ, ການແລກປ່ຽນການຢ້ຽມຢາມ, ວຽກງານການຄ້າ-ການລົງທຶນ, ປ້ອງກັນຊາດ, ການພັດທະນາ ພື້ນຖານໂຄງລ່າງ, ການຊ່ວຍເຫລືອເພື່ອການພັດທະນາ, ການຮ່ວມມືດ້ານກົງສຸນ, ແຮງງານ, ສາທາ ລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆ.

ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະ ເທດ, ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານ ການຄ້າ, ສົ່ງເສີມການລົງທຶນ ໂດຍສະເພາະໃນຂົງເຂດພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ. ສປປ ລາວ ຕີລາຄາ ສູງ ຕໍ່ການຊ່ວຍເຫລືອເພື່ອການພັດທະນາໃນດ້ານຕ່າງໆ ຈາກ ສ. ເກົາຫລີ ໂດຍສະເພາະການຊ່ວຍເຫລືອລ້າ (ODA) ແລະ ການຊ່ວຍເຫລືອເງິນກູ້ຢືມຜ່ານກອງທຶນຮ່ວມພັດທະນາດ້ານເສດຖະກິດ (EDCF) ເຊິ່ງໄດ້ປະກອບສ່ວນສຳຄັັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືການຈັດຕັ້ງປະຕິບັດ ໂຄງການ ສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ຢູ່ແຂວງຕ່າງໆຂອງລາວ, ໂຄງການກໍ່ສ້າງ ໂຮງໝໍທັນສະໄໝ, ໂຮງໝໍມະຫາວິທະຍາໄລສຸຂະພາບ, ການຊ່ວຍເຫລືອດ້ານການແພດ ເພື່ອຮັບມືກັບພະຍາດໂຄວິດ 19, ການຊ່ວຍເຫລືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ໂຄງການພັດທະນາໃນຂົງເຂດອື່ນໆ ທີ່ສຳຄັນ.

ສ.ເກົາຫລີ ເຫັນດີສືບຕໍ່ໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນຂົງເຂດບູລີມະສິດຕ່າງໆ ແລະ ຢໍ້າຄືນຄວາມສຳຄັນ ຂອງການຮ່ວມມືລະຫ່ວາງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ດ້ານວຽກງານປ້ອງກັນຊາດ ສອງຝ່າຍ ເຫັນດີສົ່ງເສີມການຮ່ວມມື ໂດຍສະເພາະໃນປັດຈຸບັນ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ. ນອກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ການຮ່ວມມືດ້ານວຽກງານກົງສູນ, ການຝຶກອົບຮົມສີມີແຮງງານ ແລະ ການຮັບເອົາແຮງງານສີມືລາວໄປເຮັດວຽກຢູ່ ສ. ເກົາຫລີ, ການໃຫ້ທຶນການສຶກສາ, ການແລກປ່ຽນດ້ານວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ລະຫ່ວາງ ສອງປະເທດ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງ ເຊິ່ງປັດຈຸບັນເຫັນວ່າ ຈຳນວນນັກທ່ອງທ່ຽວ ລະຫ່ວາງສອງປະເທດ ໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫ່ວາງ ປະຊາຊົນສອງຊາດ ເລີ່ມເຂົ້າສູ່ສະພາບປົກກະຕິ.
ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດາ້ນເສດຖະ ກິດ-ການຄ້າ, ການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ລວມເຖິງການສົ່ງເສີມວຽກງານສຶກສາ, ສາທາ, ວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງຈະເປັນການເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ລະຫ່ວາງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ສ. ເກົາຫລີ ໃຫ້ນັບມື້ນັບຫລາຍຂຶ້ນ.

ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບການຮ່ວມມືອາຊຽນ-ສ.ເກົາຫລີ, ແມ່ຂອງ-ສ.ເກົາຫລີ, ອົງການ ສປຊ ແລະ ອົງການສາກົນອື່ນໆ ເຊິ່ງສອງຝ່າຍ ເຫັນດີເປັນເອກະພາບ ໃນການສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນຫາ ສຳຄັນຕ່າງໆ. ຝ່າຍສ. ເກົາຫລີ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສ. ເກົາຫລີ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢໍ້າຄືນຄວາມສຳຄັນຂອງການຮ່ວມມືລະຫ່ວາງ ສອງປະເທດ ໂດຍສະເພາະການສືບຕໍ່ ຊ່ວຍເຫລືອ ສປປ ລາວ ດ້ານການພັດທະນາ ເຊິ່ງສ.ເກົາຫລີ ໃຫ້ຄວາມສຳຄັນສູງ ແລະ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນສຳຄັັນດັ່ງກ່າວ ແລະ ຊົມເຊີຍບົດບາດອັນພົ້ນເດັ່ນ ຂອງອົງການ KOICA ປະຈຳລາວ, ອົງການ KOFIH ແລະ ສະຖານທູດສ.ເກົາຫລີ ປະຈຳລາວ ໃນການເປັນໃຈກາງປະສານງານ ແລະ ຂົນຂວາຍການຊ່ວຍເຫລືອໃນດ້ານຕ່າງໆ ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.

ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດຢ້ຽມຢາມ ສ.ເກົາຫຼີ ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂຳ່ນັບທ່ານ Han Duck Soo, ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ ແລະ ຢ້ຽມຢາມ ບໍລິສັດ ຊໍາຊຸງ ອີເລັກໂຕນິກ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ