ລາວ-ອາເມຣິກາ ຫາລືການຮ່ວມມືດ້ານເສດຖະກິດ-ການຄ້າ,​ 5 ເດືອນຕົ້ນປີ​ ມູນຄ່າການຄ້າ​ສອງຝ່າຍ ບັນລຸ​ 136​ ລ້ານກວ່າໂດລາ

89

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ປີເຕີ ເຮມ໋ອນ (Peter Haymond) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະ​ຫະ​ລັດອາເມ​ຣິກາ ປະຈໍາ ສປປ ລາວ ເຂົ້າພົບປະ ແລະ ສະແດງຄວາມຍິນກັບ ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ຮັບຕຳແໜ່ງໃໝ່ ວັນທີ 8 ກັນຍານີ້ ທີ່ກະຊວງ ອຄ ຊຶ່ງໃນໂອກາດນີ້ ສອງຝ່າຍ ກໍໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ແລະ ການຊ່ວຍເຫຼືອທາງເສດຖະກິດ-ການຄ້າ ພາຍໃຕ້ຂອບການຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ.

ສອງຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ໃນຂົງເຂດເສດຖະກິດ-ການຄ້າ ລະຫວ່າງ ລາວ ແລະ ອາເມຣິກາ ແລະ ​ໃນຂອບຫຼາຍຝ່າຍ ຊຶ່ງທ່ານລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ໃນໄລຍະຜ່ານມາ, ການໃຫ້ຄວາມຮ່ວມມືຊ່ວຍເຫຼືອແບບສອງຝ່າຍ ຂອງ ສ ອາເມຣິກາ ແກ່ ສປປ ລາວ ກໍມີຫຼາຍອັນທີ່ພົ້ນເດັ່ນ ຊຶ່ງໃນວຽກງານເສດຖະກິດ-ການຄ້າ ກໍໄດ້​ມີສັນຍາການຄ້າສອງຝ່າຍ (BTA), ໃຫ້ສິດທິພິເສດດ້ານການຄ້າ (GSP), ສະໜັບສະໜູນເຈລະຈາ ເຂົ້າເປັນສະມາຊິກອົງການຄ້າໂລກ (WTO), ລົງນາມສັນຍາວ່າດ້ວຍການຄ້າ ແລະ ການລົງທຶນ (TIFA), ສ້າງຕັ້ງສະພາອຸດສາຫະກຳ-ການຄ້າ ອາເມຣິກາ ໃນລາວ, ສົ່ງເສີມການລົງທຶນ ແລະ ຜູ້ປະກອບການ ຂອງ ສ ອາເມຣິກາ ໃນລາວ.

ສະເພາະໃນ 5 ເດືອນ ຕົ້ນປີ 2022 ມູນຄ່າການຄ້າ ລະຫວ່າງ ລາວ ແລະ ອາເມຣິກາ ສາມາດປະຕິບັດໄດ້ 172 ລ້ານກວ່າໂດລາ; ໃນນັ້ນ, ມູນຄ່າການນໍາເຂົ້າປະຕິບັດໄດ້ 136 ລ້ານກວ່າໂດລາ ແລະ ມູນຄ່າການສົ່ງອອກ ປະຕິບັດໄດ້ 35 ລ້ານກວ່າໂດລາ.
ສຳລັບ ການຮ່ວມມືແບບຫຼາຍຝ່າຍ ແລະ ພາກພື້ນ ກໍມີຂອບການຮ່ວມມື ສ ອາເມຣິກາ-ແມ່ນໍ້າຂອງ; ການຮ່ວມມືໃນຂອບຄະນະກຳມາທິການແມ່ນ້ຳຂອງສາກົນ; ຂອບການຮ່ວມມື ອາຊຽນ-ອາເມຣິກາ ແລະ ຂອບການຮ່ວມມືເສດຖະກິດ-ອິນໂດປາຊີຟິກ ທີ່ ອາເມຣິກາ ແລະ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມືກັນ.

ທ່ານ ມະໄລທອງ ກົມມະສິດ ຍັງໄດ້ສະເໜີແລກປ່ຽນການຮ່ວມມືບາງວຽກໃນຕໍ່ໜ້າ ເປັນຕົ້ນ ສະເໜີສືບຕໍ່ໃຫ້ການສະໜັບສະໜູນພາຍຫຼັງສິ້ນສຸດໂຄງການ LCT ແລະ LBE ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ ກໍຄື ແຜນການ 5 ປີ ຂອງ ຂະແໜງ ອຄ ແລະ ແຜນພັດທະນາ ຂະແໜງການຄ້າ ແລະ ພາກເອກະຊົນ ທີ່ກໍານົດຢູ່ບົດ ສຶກສາເຊື່ອມໂຍງດ້ານການຄ້າ (Diagnostic Trade Integration Study Update 2022-DTISU 2022); ສືບຕໍ່ສະໜັບສະໜູນ ກົນໄກການບໍລິຫານຄຸ້ມຄອງໂຄງການ ທີ່ຈັດຕັ້ງປະຕິບັດຜ່ານລັດຖະບານ (Goverment Executed Project) ທີ່ນຳໃຊ້ໃນປັດຈຸບັນຂອງ ກະຊວງ ອຄ ຫຼັກການພື້ນຖານ ໄດ້ກໍານົດໄວ້ໃນຖະແຫຼງການປາ​ຣີ ແລະ ຖະແຫຼງການວຽງຈັນ ຕໍ່ກັບການນໍາໃຊ້ທຶນຊ່ວຍເຫຼືອຂອງຕ່າງປະເທດໃຫ້ມີປະສິດທິຜົນ. ນອກນີ້, ຍັງມີຂໍ້ສະເໜີອື່ນໆ ເພື່ອເຮັດໃຫ້ການຮ່ວມມືໃນຕໍ່ໜ້າມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ມີຜົນສຳເລັດຫຼາຍຂຶ້ນຕື່ມອີກ.