ຊາວອາຟຣິກກາ ຫຼາຍກວ່າ 282 ລ້ານຄົນ ປະເຊີນກັບຄວາມອຶດຫິວ

78

VOVWORLD ລາຍງານວ່າ ອົງການ FAO ເປີດເຜີຍວ່າ: ມີປະຊາກອນຫຼາຍກວ່າ 282 ລ້ານຄົນ ຢູ່ອາຟຣິກກາ ທາງທິດໃຕ້ Sahara ກໍາລັງປະເຊີນກັບສະພາບຄວາມທຸກຍາກອຶດຫິວຢ່າງຮ້າຍແຮງ ເຊິ່ງເກີດຈາກຫຼາຍປັດໄຈ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ – 19, ມາດຕະການຂອງຕາເວັນຕົກຂວ້ຳບາດຕໍ່ຣັດເຊຍ ແລະ ການປ່ຽນແປງສະພາບດິນຟ້າອາກາດ.

May be an image of 7 people and outdoors

ນອກຈາກນີ້, ສະພາບໄພແຫ້ງແລ້ງຢ່າງຮຸນແຮງຢູ່ທະວີບອາຟຣິກກາ ກໍກຳລັງເປັນໄພຄຸກຄາມຕໍ່ປະຊາກອນໃນທະວີບດັ່ງກ່າວນີ້, ອົງການ FAO ຍັງຮຽກຮ້ອງໃຫ້ເພີ່ມທະວີການລົງທຶນແກ່ການປູກຕົ້ນໄມ້ໃຫ້ເປັນປ່າ ເພື່ອຊ່ວຍຮັບມືກັບສິ່ງທ້າທາຍຕ່າງໆຢູ່ ອາຟຣິກກາ ແລະ ທົ່ວໂລກ.

May be an image of 2 people, people standing and outdoors