ອີຢູ ເດີນໜ້າ ຈຳກັດລາຄາແກັສຂອງຣັດເຊຍ

49

ສຳນັກຂ່າວຣອຍເຕີລາຍງານວ່າ ທ່ານ ນາງ ອົວຊ໌ ຊູລາ ຟອນແດ ເລເຢນ ປະທານຄະນະກຳມາທິການເອີຣົບ ( EC ) ເປີດເຜີຍວ່າ ໄດ້ສະເໜີໃຫ້ລັດຖະບານຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ( EU ) ທັງ 27 ປະເທດ ໃຊ້ມາດຕະການຈຳກັດລາຄາແກັສຂອງຣັດເຊຍໃນຕະຫຼາດໂລກ ເພື່ອຕັດລາຍໄດ້ຈາກການສົ່ງອອກແກັສຂອງຣັດເຊຍ, ໃນຂະນະທີ່ປະທານາທິບໍດີ ປູນຕິນ ຂອງຣັດເຊຍ ປະກາດວ່າ ຫາກ ອີຢູ ຈຳກັດລາຄາ ຈະຢຸດຕິການສົ່ງແກັສໃຫ້ຢ່າງຖາວອນ.

May be an image of outdoors

ຄຳຮຽກຮ້ອງຂອງປະທານ EC ມີຂຶ້ນພາຍຫຼັງທີ່ ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງຣັດເຊຍ ໄດ້ປະກາດຕໍ່ກອງປະຊຸມເສດຖະກິດພູມີພາກຕາເວັນອອກ ( EEF ) ຄັ້ງທີ 7 ຈັດຂຶ້ນທີ່ເມືອງວະລາດີ ວອສຕ໊ອກ ຂອງຣັດເຊຍ ວ່າການສົ່ງແກັສ ຜ່ານທໍ່ Nord Stream 1 ລວມທັງນ້ຳມັນ ແລະ ຖ່ານຫີນ ຈະຢຸດຕິຖາວອນ ຫາກ ເອີຣົບເດີນໜ້າຈຳກັດລາຄາພະລັງງານຂອງຣັດເຊຍ ເນື່ອງຈາກເປັນການລະເມີດຂໍ້ຕົກລົງ.

May be an image of outdoors

ທັງນີ້, ກ່ອນຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ   ແກຣນ ເກີດຂຶ້ນເມື່ອວັນທີ 24 ກຸມພາຜ່ານມາ, ສະຫະພາບເອີຣົບໄດ້ນຳເຂົ້າແກັສທຳມະຊາດຈາກຣັດເຊຍ ກວມເອົາ 40% ຂອງການຊົມໃຊ້ແກັສໃນ ອີຢູ ແຕ່ປັດຈຸບັນເຫຼືອພຽງ 9% ເນື່ອງຈາກຣັດເຊຍ ໄດ້ຫຼຸດປະລິມານການສົ່ງແກັສໃຫ້ ອີຢູ ລົງ, ໃນຂະນະທີ່ ອີຢູ ເລັ່ງສຳຮອງແກັສໄວ້ ແລະ ຊົມໃຊ້ຢ່າງປະຢັດມັດທະຍັດ ເພື່ອຮັບມືກັບລະດູໜາວທີ່ຈະມາເຖິງນີ້. ທັງນີ້, ນັບແຕ່ວັນທີ 31 ສິງສາ 2022 ເປັນຕົ້ນມາ ບໍລິສັດ Gazprom ຂອງຣັດເຊຍ ໄດ້ຢຸດຕິການສົ່ງແກັສໃຫ້ເຢຍລະມັນ ຜ່ານທໍ່ Nord Stream 1 ຢ່າງບໍ່ມີກຳນົດ ໂດຍອ້າງເຫດຜົນວ່າ ປິດເພື່ອສ້ອມແປງບຳລຸງຂອງລະບົບທໍ່ສົ່ງ.