8 ເດືອນຕົ້ນປີ ມູນຄ່າການນຳເຂົ້າ – ສົ່ງອອກຂອງຈີນ ເພີ່ມຂຶ້ນກວ່າ 10%

38

ສຳນັກຂ່າວ CRI ລາຍງານວ່າ ກົມໃຫຍ່ພາສີຂອງ ສປ ຈີນ ເປີດເຜີຍວ່າ: ໃນໄລຍະ 8 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ – ສົ່ງອອກຂອງຈີນ ບັນລຸ 27.300 ຕື້ຢວນ ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

May be an image of sky

ລາຍງານລະບຸວ່າ: ມູນຄ່າການນຳເຂົ້າ – ສົ່ງອອກ ລະ ຫວ່າງ ຈີນ – ອາຊຽນ ໄດ້ເພີ່ມຂຶ້ນ 14%, ຈີນ – ສະຫະພາບເອີຣົບ ໄດ້ເພີ່ມຂຶ້ນ 9,5%,   ຈີນ – ສະຫະລັດອາເມຣິກາ ໄດ້ເພີ່ມຂຶ້ນ 10,1%, ຈີນ – ສ.ເກົາຫຼີ ໄດ້ເພີ່ມຂຶ້ນ 7,8% ໂດຍອາຊຽນສືບຕໍ່ເປັນຄູ່ການຄ້າລາຍໃຫຍ່ອັນດັບໜຶ່ງຂອງ ຈີນ ກວມເອົາ 15% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ໃນໄລຍະດຽວກັນ, ມູນຄ່າການສົ່ງອອກ – ນຳເຂົ້າ ລະ ຫວ່າງຈີນກັບບັນດາປະເທດຢູ່ລຽບຕາມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ໄດ້ເພີ່ມຂຶ້ນ 20,2%.

May be an image of sky