ເປີດໂຕທຶນສົມທົບ ເພື່ອຍົກລະດັບເຕັກໂນໂລຊີໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

92

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດໂຕທຶນສົມທົ ເພື່ອຍົກລະດັບເຕັກໂນໂລຊີ ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ໃນວັນທີ 5 ກັນຍາ 2022 ທີ່ນະຄອນຫຼວງວຽງຈັນ ແລະ ຜ່ານລະບົບກອງປະຊຸມທາງໄກແບບອອນລາຍ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ; ພ້ອມດ້ວຍ ຄະນະສະພາບໍລິຫານ ທສວ, ຫົວໜ້າ-ຮອງຫົວໜ້າກົມ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະມະຄົມທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເປີດໂຕທຶນສົມທົບຂອງ ທສວ ຈຸດປະສົງແມ່ນເພື່ອນໍາສະເໜີເປົ້າໝາຍ, ວິທີການ, ຂັ້ນຕອນ ແລະ ເງື່ອນໄຂຕ່າງໆກ່ຽວກັບການສະເໜີຂໍທຶນສົມທົບຂອງ ທສວ ໃຫ້ແກ່ ຈນກ ແລະ ກຸ່ມການຜະລິດ ແລະ ສະມາຄົມທຸລະກິດ. ພ້ອມທັງ, ປະຊາສຳພັນໃຫ້ໜ່ວຍງານສົ່ງເສີມ ຈນກ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບຊາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ.

ໃນເງື່ອນໄຂ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຢູ່ປະເທດເຮົາໃນປັດຈຸບັນ ວຽກງານສົ່ງເສີມ ຈນກ ກໍເປັນວຽກໜຶ່ງທີ່ໄດ້ຖືກບັນຈຸເຂົ້າໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023 ໂດຍເນັ້ນໃຫ້ມີການກໍານົດນະໂຍບາຍສົ່ງເສີມ ຈນກ ໃຫ້ຈະແຈ້ງ ແລະ ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນແມ່ນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ໄດ້ຫຼາຍຂຶ້ນ. ສະນັ້ນ, ລັດຖະບານ ຈຶ່ງໄດ້ປະກອບທຶນໃຫ້ກອງທຶນສົ່ງເສີມ ທສວ ໃນປີ 2020 ຈຳນວນ 200 ຕື້ກີບ, ປີ 2021 ຈຳນວນ 100 ຕື້ກີບ ແລະ ໃນປີ 2022 ຈຳນວນ 200 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການສະໜອງສິນເຊື່ອດອກເບ້ຍຕໍ່າໃຫ້ ຈນກ ຜ່ານທະນາຄານທຸລະກິດ ຢ່າງຕໍ່າ 91%, ນຳໃຊ້ໂຄງການວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ ຈນກ ທີ່ບໍ່ສາມາດເຂົ້າເຖິງສິນເຊື່ອ ແລະ ທີ່ເຂົ້າເຖິງສິນເຊື່ອໄດ້ແລ້ວ ເພື່ອບໍ່ໃຫ້ກາຍເປັນໜີ້ເສຍ ຫຼື Non Profit Loan 8% ແລະ ເງິນບໍລິຫານ ທສວ ບໍ່ເກີນ 1%. ຍ້ອນທຶນດັ່ງກ່າວ ມີຈຳນວນຈຳກັດ, ດ້ວຍເຫດນີ້ ສະພາບໍລິຫານ ທສວ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ຊີ້ນໍານຳພາ ກອງເລຂາ ທສວ ເພື່ອນຳໃຊ້ທຶນດັ່ງກກ່າວໃຫ້ເກີດຜົນປະໂຫຍດສູງສຸດ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາ ເຫັນໄດ້ວ່າມີ ຈນກ ຈຳນວນໜຶ່ງສາມາດເຂົ້າເຖິງແຫຼ່ງທຶນດັ່ງກ່າວ, ແຕ່ກໍມີຈຳນວນຫຼາຍຍັງບໍ່ທັນສາມາດເຂົ້າເຖິງແຫຼ່ງທຶນດັ່ງກ່າວໄດ້ ໂດຍສະເພາະຈຸນລະວິສາຫະກິດ ຍ້ອນບໍ່ມີຫຼັກສັບຄໍ້າປະກັນ ແລະ ບໍ່ໄດ້ຕາມເງື່ອນໄຂຕ່າງໆ ຂອງທະນາຄານ.

ຈນກ ທີ່ບໍ່ສາມາດເຂົ້າເຖິງແຫຼ່ງທຶນຕາມທີ່ຕ້ອງການເພື່ອນຳມາຕໍ່ຍອດ ແລະ ປັບປຸງທຸລະກິດຂອງຕົນກໍຈະພາໃຫ້ເສຍໂອກາດດ້ານທຸລະກິດ ແລະ ໃນທີ່ສຸດກໍ່ບໍ່ສາມາດແຂ່ງຂັນໃນຕະຫຼາດຕໍ່ໄປໄດ້, ດ້ວຍເຫດນີ້ທຶນສົມທົບ (ແບບຊ່ວຍເຫຼືອລ້າ) ເພື່ອຍົກລະດັບເຕັກໂນໂລຊີ ໃຫ້ ຈນກ ຈະເປັນອີກເຄື່ອງມືດ້ານນະໂຍບາຍໜຶ່ງທີ່ຈະມາຊ່ວຍ ຈນກ ເຫຼົ່ານັ້ນ ຊຶ່ງໂຄງການດັ່ງກ່າວແມ່ນສ້າງຂຶ້ນບົນພື້ນຖານຂອງການຜັນຂະຫຍາຍ ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ, ລົງວັນທີ 04 ກັນຍາ 2019 ແລະ ແຜນພັດທະນາ ຈນກ 2021–2025.

ການສະໜັບສະໜູນທຶນສົມທົບ (ແບບຊ່ວຍເຫຼືອລ້າ 50% ສຳລັບ ວິສາຫະກິດສ່ວນບຸກຄົນ ແລະ 70% ສຳລັບ ສະມາຄົມ ແລະ ກຸ່ມຜູ້ຜະລິດ) ຖືວ່າເປັນກົນໄກໜຶ່ງທີ່ເປີດໂອກາດໃຫ້ ຈນກ ໂດຍສະເພາະຈຸນລະວິສາຫະກິດ ຜູ້ທີ່ມີແນວຄິດຢາກປັບປຸງທຸລະກິດຂອງຕົນເອງ ແຕ່ມີທຶນບໍ່ພໍ ແລະ ບໍ່ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າໄດ້ (ຍ້ອນຂາດຫຼັກຊັບຄໍ້າປະກັນ) ໃຫ້ສາມາດສະເໜີຂໍທຶນສົມທົບ ຈາກ ທສວ ເພື່ອໄປຈັດຊື້ເຄື່ອງຈັກ, ເຄື່ອງມື ແລະ ເຕັກໂນໂລຊີ ທີ່ມີປະສິດທິພາບກວ່າເກົ່າ ມາຮັບໃຊ້ການຜະລິດ ແລະ ການບໍລິການ ເຮັດໃຫ້ສາມາດຫຼຸດຜ່ອນການນໍາໃຊ້ແຮງງານໃນໜ້າວຽກທີ່ມີຄວາມສ່ຽງ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ຫຼຸດຜ່ອນຜົນກະທົບຕໍ່ສີ່ງແວດລ້ອມ ແລະ ສັງຄົມ ແນ່ໃສ່ເພີ່ມຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການ ເຊິ່ງເປັນປັດໄຈສໍາຄັນ ໃນການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ຄວາມຍືນຍົງຂອງທຸລະກິດ.