ຂ່າວດີສຸດຂອງມື້ນີ້ ຄືການປັບລົງລາຄານ້ຳມັນທຸກຊະນິດ

160

ນ້ຳມັນເຊືຶ້ອໄຟຈະເວົ້າໄປແລ້ວເປັນປັດໄຈພື້ນຖານໃນການໃຊ້ຊີວິດເລີຍກໍ່ວ່າໄດ້ ເພາະເກືອບວ່າທຸກຢ່າງແມ່ນຕ້ອງເພິ່ງພານ້ຳມັນ ບໍ່ວ່າຈະເປັນການກະເສດ, ການເດີນທາງ, ຂົນົສ່ງອື່ນໆ ສະນັ້ນພໍລາຄາຂຶ້ນຫຼາຍຄົນກໍ່ຈົ່ມພືມພຳເຖິງເມັດເງິນໃນກະເປົາ ບາດປັບລົງແລ້ວຕ້ອງດີໃຈທີ່ຈະຊ່ວຍປະຢັດໄດ້ຫຼາຍຂຶ້ນ ໂດຍຊຸດນີ້ແມ່ນລົງທັງ 3 ປະເພດນ້ຳມັນທີ່ມີຢູ່.


ອີງຕາມແຈ້ງການຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1198/ອຄ, ລົງວັນທີ 08 ກັນຍາ 2022 ວ່າດ້ວຍການປະກາດປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດຄັ້ງແມ່ນແມ່ນຈະເລີ່ມມີຜົນ ເລີ່ມແຕ່ວັນທີ 09 ກັນຍາ 2022 ເວລາ 6:00 ໂມງເຊົ້າເປັນຕົ້ນໄປ.


ການປັບລົງຄັ້ງນີ້ແອັດຊັງພິເສດໄດ້ລົງຈາກ 25.870 ກີບມາເປັນ 25.220 ກີບຖືວ່າຫຼຸດລົງ 650 ກີບຕໍ່ລິດ ຫຼື ເທົ່າກັບ 2,51%, ແອັດຊັງທຳມະດາຈາກ 19.950 ກີບມາເປັນ 19.630 ກີບລົງ 320 ກີບຕໍ່ລິດເທົ່າກັບ 1,60% ແລະລາຄາກາຊວນແມ່ນລົງ 430 ກີບຕໍ່ລິດ ຈາກ 19.810 ມາເປັນ 19.380 ກີບເທົ່າກັບ 2,17% ຕໍ່ລິດທີ່ໄດ້ມີການປັບຫຼຸດລົງ.

ສຳລັບການຄິດໄລ່ພັນທະອາກອນຕ່າງໆແມ່ນໃຫ້ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄຟສະບັບເລກທີ 0847/ກຄພນ ລົງວັນທີ 8  ກັນຍາ 2022 ຈົນກວ່າຈະມີການປ່ຽນແປງ.