ຣັດເຊຍ ມີລາຍໄດ້ຈາກການສົ່ງອອກພະລັງງານສູງເຖິງ 158 ພັນລ້ານເອີໂຣ

32

ສູນວິໄຈພະລັງງານ ແລະ ອາກາດບໍລິສຸດ ( CREA ) ຂອງແຟງລັງ ໄດ້ອອກມາລະບຸເມື່ອວັນທີ 6 ກັນຍາ 2022 ວ່າ ຣັດເຊຍ ສົ່ງອອກພະລັງງານໃນໄລຍະ 6 ເດືອນທຳອິດຂອງປີນີ້ ຫຼັງເປີດປະຕິບັດການພິເສດທາງທະຫານໃນ ອູແກຣນ ມີມູນຄ່າສູງເຖິງ 158.000 ລ້ານເອີໂຣ ໂດຍຫຼາຍກວ່າເຄິ່ງໜຶ່ງສົ່ງອອກໄປຍັງສະຫະພາບເອີຣົບ ( ອີຢູ ) ທັງໆທີ່ ອີຢູ ອອກມາດຕະການຂວ້ຳບາດຕໍ່ຣັດເຊຍ.

May be an image of body of water

ລາຍງານຂອງ CREA ລະບຸວ່າ: ໃນໄລຍະ 6 ເດືອນ ຫຼັງ ຣັດເຊຍ ເປີດປະຕິບັດການພິເສດທາງທະຫານໃນອູແກຣນ ອີຢູ ເປັນຜູ້ນຳເຂົ້າພະລັງງານລາຍໃຫຍ່ທີ່ສຸດຂອງຣັດເຊຍ ໂດຍມີມູນຄ່າ 85.100 ລ້ານເອີໂຣ, ຮອງລົງມາແມ່ນ ສປ ຈີນ ມີມູນຄ່າ 34.900 ລ້ານເອີໂຣ ແລະ ຕວັກກີ ມີມູນຄ່າ 10.700 ລ້ານເອີໂຣ.

May be an image of outdoors

CREA ລະບຸອີກວ່າ: ເຖິງວ່າປະລິມານການສົ່ງອອກພະລັງງານຂອງຣັດເຊຍໃນປີນີ້ຈະຫຼຸດລົງ ແຕ່ການທີ່ລາຄາພະລັງງານໃນ ອີຢູ ເພີ່ມຂຶ້ນສູງ ໄດ້ເຮັດໃຫ້ ຣັດເຊຍ ມີລາຍຮັບຈາກການສົ່ງອອກພະລັງງານສູງກວ່າທຸກປີຜ່ານມາ.