ປາກິດສະຖານ ປະເຊີນກັບຄວາມອຶດຫິວ ພະຍາດລະບາດ ຫຼັງນ້ຳຖ້ວມ

112

ສຳນັກຂ່າວຕ່າງປະເທດລາຍງານວ່າ ຊາວປາກິດສະຖານ ກຳລັງປະເຊີນກັບຄວາມອຶດຫິວ ແລະ ເກີດພະຍາດລະບາດ ຫຼັງຈາກສະຖານະການນ້ຳຖ້ວມຢ່າງໜັກ ຫຼາຍກວ່າ 2 ເດືອນຜ່ານມາ ໂດຍໜຶ່ງໃນບັນຫາຫຼັກທີ່ເກີດຂຶ້ນແມ່ນປະຊາຊົນບໍ່ມີສະຖານທີ່ພັກອາໄສຊົ່ວຄາວ ເນື່ອງຈາກປະຊາຊົນຫຼາຍແສນຄົນໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເຊັ່ນດຽວກັບອາຫານ ແລະ ນ້ຳດື່ມສະອາດບໍ່ພຽງພໍກັບການບໍລິໂພກ.

May be an image of 4 people, people standing, car, body of water and road

ຂະນະທີ່ກະຊວງສາທາລະນະສຸກຂອງປາກິດສະຖານ ລາຍງານວ່າ: ພື້ນທີ່ຖືກນ້ຳຖ້ວມມີອັດຕາຄົນເຈັບຈາກພະຍາດຖອກທ້ອງ, ໄຂ້ຍຸງ, ພະຍາດຜິວໜັງ ແລະ ພະຍາດລະບົບທາງເດີນຫາຍໃຈຢູ່ໃນລະດັບສູງ ໂດຍສະເພາະໃນແຂວງ ຊິນ ( Sindh ) ໄດ້ຮັບຜົນກະທົບໜັກທີ່ສຸດໃນແຕ່ລະວັນ ຈະມີລາຍງານຜູ້ເປັນພະຍາດຖອກທ້ອງ ແລະ ຕິດເຊື້ອທາງຜິວໜັງ ຫຼາຍກວ່າ 10.000 ຄົນ.

May be an image of 10 people, people walking, people standing and body of water