ການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າກາຍເຄິ່ງ ແລະ ລື່ນຄາດໝາຍ 3,50%

86

ການປະຕິບັດແຜນງານພາຍໃນເດືອນສິງຫາ 2022 ຂອງໂຄງການກໍ່ສ້າງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ໃນເດືອນສິງຫາ ເທົ່າກັບ 48,01% ປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ການກໍ່ສ້າງໂຄງການຂົວຂ້າມນໍ້າຂອງ ລິຄຳໄຊ-ບຶງການ ປະຕິບັດແຜນງານພາຍໃນເດືອນສິງຫາ 2022 ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຊອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມີຮັບໃຊ້ວຽກສ້ອມແປງ ກັບສວນຄົວ ແລະ ໜ້າວຽກອື່ນໆ ແຜນເທົ່າກັບ 6,09% ປະຕິບັດໄດ້ຕົວຈິງ 0,76% ຫຼຸດຄາດໝາຍ 5,33% ແມ່ນສາມາດປະຕິບັດໄດ້ (ສະເພາະແຜນລວມຂອງສັນຍາ 1 ທັງໝົດ ແມ່ນເທົ່າກັບ 37,30% ປະຕິິບັດໄດ້ຕົວຈິງ ເທົ່າກັບ 40,80% ລື່ນຄາດໝາຍ 3,50%) ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ແຜນການໃນເດືອນເທົ່າກັບ 3,22% ປະຕິບັດໄດ້ 3,59% ຫຼຸດຄາດໝາຍ 0,37% (ສະເພາະຄວາມຄືບໜ້າລວມສັນຍາ 2 ຮອດທ້າຍເດືອນສິງຫາ ເທົ່າກັບ 58,71% ປະຕິບັດໄດ້ຕົວຈິງ 62,21% ລື່ນຄາດໝາຍ 3,50%  ) ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ໃນເດືອນສິງຫາ ເທົ່າກັບ 48,01% ປະຕິບັດໄດ້ຕົວຈິງ 51,51% ລື່ນຄາດໝາຍ 3,50%.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອບໍ່ໃຫ້ວຽກງານຢຸດສະງັກ ທາງໂຄງການໄດ້ສົມທົບກັບຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງເພື່ອຊອກຫາເງື່ອນໄຂ ມາດຕະການ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ທີມງານບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາ (ຝ່າຍໄທ) ເຂົ້າມາປະຕິບັດວຽກງານການສໍາຫຼວດ ເກັບກໍາຂໍ້ມູນພາກສະໜາມໃນຊ່ວງເດືອນມິຖຸນາ 2021 ແມ່ນປະຕິບັດສໍາເລັດໄປດ້ວຍດີພໍສົມຄວນ ເຖິງແມ່ນວ່າຈະມີການປິດຊົ່ວຄາວກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງວຽກງານການກໍ່ສ້າງຂອງໂຄງການ ແມ່ນຍັງໄດ້ຈັດຕັ້ງປະຕິບັດຢູ່ໂດຍໄດ້ ມີການປະສານສົມທົບ ແລະ ພົວພັນເອົາເຈົ້າໜ້າທີ່ໆກ່ຽວຂ້ອງເປັນຕົ້ນ: ປກສ, ປກຊ ແລະ ພະແນກສາທາລະນະສຸກລົງຕິດຕາມ ກວດກາ ແລະ ໄດ້ປະຕິບັດຕາມການຊີ້ນຳຂອງຄະນະກຳມະການຄວບຄຸມພະຍາດ ໂຄວິດ-19 ຢ່າງເຂັ້ມງວດຢູ່ໃນຂອບເຂດຮົ້ວ Free Construction Zone ເທົ່ານັ້ນ; ປັບແຜນການເຮັດວຽກຄືນໃໝ່ໃຫ້ແທດເໝາະກັບສະຖານະການຕົວຈິງ ເພື່ອທົດແທນບາງລາຍການໜ້າວຽກທີ່ບໍ່ສາມາດປະຕິບັດໄດ້ໃນຊ່ວງລະດູຝົນ ໃຫ້ໄປເຮັດໃນລະດູແລ້ງແທນ. ສະເໜີຂັ້ນເທິງພິຈາລະນາ ຄົ້ນຄ້ວາແຫຼ່ງທຶນທີ່ຍັງເຫຼືອ ຈຳນວນ 3.218,12 ລ້ານກີບ ເພື່ອມາຈ່າຍໃຫ້ປະຊາຊົນໃຫ້ຄົບຖ້ວນ ແລະ ຈ່າຍທົດແທນຄືນໃຫ້ຜູ້ຮັບເໝົາຕາມຈຳນວນ ທີ່ໄດ້ຢືມມາກ່ອນ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ເລີ່ມສ້າງເດືອນສິງຫາ 2019 ເປັນໂຄງການເງິນກູ້ຈາກອົງການຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.