ເປີດນໍາໃຊ້ແລ້ວ ຂົວຫ້ວຍໝາກແງວ ເມືອງບາຈຽງ ພາຍຫຼັງສ້ອມແປງສຳເລັດຈາກຖືກນ້ຳເຊາະເຈື່ອນເສຍຫາຍ

116

ຂົວຫ້ວຍໝາກແງວ, ເມືອງບາຈຽງ ແຂວງຈຳປາສັກ ພາຍຫຼັງຖືກນ້ຳເຊາເຈື່ອນເສຍຫາຍໜັກ ວັນທີ 9 ສິງຫາ 2022 ຜ່ານມາ ໄດ້ກັບຮັບການແກ້ໄຂສ້ອມແປງສຸກເສີນ ແລະ ເປີດການນໍາໃຊ້ຂົວຂົວດັ່ງກ່າວ ຢ່າງເປັນທາງການແລ້ວວັນທີ 7 ກັນຍາ 2022 ນີ້

ພິທີເປີດນໍາໃຊ້ຂົວຂົວຫ້ວຍໝາກແງວ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງ ພ້ອມດຽວພະແນກການກ່ຽວຂ້ອງແຂວງ, ຄະນະນໍາຂອງເມືອງບາຈຽງຈະເລີນສຸກເຂົ້າຮ່ວມ.

ອີງຕາມໜັງສືແຈ້ງການຂອງພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ເລກທີ 2912/ຍທຂ,ຂສ, ລົງວັນທີ 7 ກັນຍາ 2022 ແຈ້ງການເຖິງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ ແລະ ສາມະຄົມການຂົນສົ່ງ ເລື່ອງເປີດການນໍາໃຊ້ຂົວເບເລຫ້ວຍໝາກແງວ ຕາມເສັ້ນທາງເລກທີ 20 ເມືອງ ບາຈຽງຈະເລີນສຸກ ທີ່ໄດ້ຮັບການແກ້ໄຂສ້ອມແປງສຸກເສີນ, ແກ້ໄຂແບບຊົ່ວຄາວ ສາມາດຮັບນໍ້າໜັກໄດ້ພຽງແຕ່ບໍ່ເກີນ 12 ໂຕນ ແລະ ອະນຸຍາດໃຫ້ພາຫະນະທີ່ມີຄວາມສູງບໍ່ເກີນ 3 ແມັດ ແລະ ນໍາໃຊ້ແຕ່ພາຫະນະລົດກະບະ, ລົດໂດຍສານຂະໜາດໜ້ອຍ, ສາຍເຫດຍ້ອນວ່າ ການແກ້ໄຂສ້ອມແປງສຸກເສີນແມ່ນແກ້ໄຂພຽງແຕ່ຊົ່ວຄາວ ເຊິ່ງບໍ່ໄດ້ແກ້ໄຂແບບຖາວອນ ທີ່ມີມາດຕາຖານເຕັກນິກສູງ, ເພາະວ່າ ຕາມເສັ້ນທາງເລກທີ 20 ແມ່ນມີແຜນທີ່ຈະໄດ້ກໍ່ສ້າງເປັນຂົວເບຕົງອັດແຮງ ແລະ ຈະມີການກໍ່ສ້າງເປັນຂົວພາງແບບຖາວອນ ຢູ່ໃນຊ່ວງກໍ່ສ້າງຂົວເບຕົງ ຄາດວ່າ ຕາມແຜນຈະໄດ້ລົງມືຈັດຕັ້ງປະຕິບັດໃນເດືອນມັງກອນ ປີ 2023 ເປັນຕົ້ນໄປ.

ສຳລັບພາຫະນະລົດບັນທຸກນໍ້າໜັກເກີນ 12 ໂຕນຂຶ້ນໄປ ແລະ ພາຫະນະທີ່ມີຄວາມສູງເກີນ 3 ແມັດຂຶ້ນໄປແມ່ນໃຫ້ໄປນໍາໃຊ້ເສັ້ນທາງອື່ນ ເປັນຕົ້ນ ພາຫະນະທີ່ອອກຈາກແຂວງຈຳປາສັກ ຈະໄປຜ່ານຂົວເບເລຫ້ວຍໝາກແງວ ຫາ ເມືອງເລົ່າງາມ ແຂວງສາລະວັນ ແມ່ນໃຫ້ນໍາໃຊ້ເສັ້ນທາງເລກທີ 16 ຜ່ານເມືອງທ່າແຕງແຂວງເຊກອງ ແລະ ພາຫະນະທີ່ອອກຈາກແຂວງສາລະວັນ ຈະໄປຜ່ານຂົວເບເລຫ້ວຍໝາກແງວ ຫາ ແຂວງຈຳປາສັກ ແມ່ນໃຫ້ນໍາໃຊ້ເສັ້ນທາງເລກທີ 15 ຫຼື ເສັ້ນທາງອື່ນໆ ທີ່ສະດວກ ແລະ ສາມາດໄປ-ມາໄດ້. ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພນຳດ້ວຍ.