ຢ້ອນຄືນຫຼັງ 60 ປີການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ

118

ລາວ-ຫວຽດນາມເປັນປະເທດຮ່ວມຊາຍແດນທີ່ໄດ້ຮ່ວມກັນຕໍ່ສູ້ຄຽງບ່າຄຽງໄລ່ກັນມາ ເປັນສອງຊາດທີ່ຕົກຢູ່ໃນຊາຕາດຽວກັນໃນຍຸກຕໍ່ສູ້ກູ້ຊາດ ແລະໄດ້ຈັບມືກັນສູ້ສັດຕູຈົນໄດ້ຮັບໄຊຊະນະໄດ້ຜືນແຜ່ນດິນອັນຄົບຖ້ວນກັບຄືນມາ ຈະເວົ້າໄປແລ້ວສອງປະເທດມີປະຫວັດອັນຍາວນານ ແລະຫຼາຍເຫດການໃຫ້ພວກເຮົາຄົນລຸ້ນໃໝ່ໄດ້ສຶກສາຮຽນຮູ້ ແຕ່ມື້ນີ້ເຮົາມາສຶກສາວັນສ້າງຕັ້ງສາຍພົວພັນການທູດນຳກັນກ່ອນ.

ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງສປປ ລາວ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ (05 ກັນຍາ 1962–05 ກັນຍາ 2022) ໃນຕອນເຊົ້າວັນທີ ຂອງວັນຈັນ ທີ 05 ກັນຍາ 2022 ນີ້ລະບຸວ່າ: ສອງປະເທດ ລາວ-ຫວຽດນາມ ເປັນບ້ານໃກ້ເຮືອນຄຽງຕິດຈອດກັນ ດ້ວຍສາຍພູ ສາຍນໍ້າ ທາງທຳມະຊາດ, ປະຊາຊົນສອງຊາດ ໄດ້ດໍາລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກມາແຕ່ດຶກດຳບັນ. ນັບແຕ່ທ້າຍສະຕະວັດທີ 19 ຫາ ຕົ້ນສະຕະວັດທີ 20, ສອງປະເທດໄດ້ຕົກຢູ່ໃນຊະຕາກຳອັນດຽວກັນ ຄື: ປະເທດຊາດສູນເສຍເອກະລາດ, ປະຊາຊົນຖືກກົດຂີ່ຂູດຮີດແສນສາຫັດ ພາຍໃຕ້ແອກປົກຄອງຂອງພວກຈັກກະພັດຕ່າງດ້າວ.


ນັບແຕ່ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ ໂດຍມີປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງນັ້ນ, ຕໍ່ມາກໍໄດ້ເກີດມີພັກກອມມູນິດຫວຽດນາມ, ມີພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ ນຳພາ, ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ ຢ່າງດຸເດືອດ, ຂ້ຽວຂາດ ແລະ ໄດ້ຍາດເອົາເອກະລາດແຫ່ງຊາດ ແລະ ສິດເສລີພາບມາໃຫ້ປະຊາຊົນສາມຊາດ ອິນດູຈີນ ໄດ້ຢ່າງສົມບູນ.


ສຳລັບ ຢູ່ ປະເທດລາວ, ພາຍໃຕ້ການນຳພາຂອງພັກ ປະຊາຊົນລາວ ໃນເມື່ອກ່ອນ ອັນມີປະ ທານ ໄກສອນ ພົມວິຫານ ເປັນຜູ້ນຳພານັ້ນ, ບໍ່ວ່າຍາມໃດ ກໍໄດ້ຖືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມສຳພັນສູ້ຮົບ ກັບພັກກອມມູນິດຫວຽດນາມ, ກອງທັບຫວຽດນາມ ແລະ ປະຊາຊົນຫວຽດນາມ ເປັນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ. ດັ່ງນັ້ນ, ມັນຈຶ່ງເປັນບໍ່ເກີດແຫ່ງມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງເທົ່າທຸກວັນນີ້.


ຖ້າຈະເວົ້າເຖິງຄວາມໝາຍ, ຄວາມສຳຄັນ ຂອງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ເກີດຂຶ້ນໃນວັນທີ 05 ກັນຍາ 1962 ເຊິ່ງມື້ນີ້ ໄດ້ວຽນມາບັນຈົບຄົບຮອບ 60 ປີ ພໍດີ ທີ່ສອງຊາດພວກເຮົາໃຫ້ຄວາມສຳຄັນ ແລະ ພ້ອມກັນ ສະເຫລີມສະຫລອງ ໂດຍຖືເອົາປີ 2022 ເປັນປີສະຫລອງ ສອງເຫດການ ທີ່ເປັນເຫດການໃຫຍ່ ຂອງສອງປະເທດເຮົານັ້ນ, ຂ້າພະເຈົ້າຢາກຂໍກ່າວວ່າ: ການຕົກລົງສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບ ຣາຊະອານາຈັກລາວ ໃນເວລານັ້ນ, ແມ່ນໄດ້ມາຍ້ອນໝາກຜົນ ຂອງໄຊຊະນະອັນໃຫຍ່ຫລວງ ຂອງການຕໍ່ສູ້ອັນດຸເດືອດ ຂອງການປະຕິວັດ ຂອງ ສອງປະເທດພວກເຮົາໃນເວລານັ້ນ ຊຶ່ງເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີບົດບາດອິດທິພົນ ຕໍ່ໂລກຢ່າງກວ້າງຂວາງ.


ສ່ວນຢູ່ລາວ ໄດ້ມີການເຊັນສັນຍາເຊີແນວ ກ່ຽວກັບລາວຂຶ້ນໃນ ປີ 1962, ອັນໄດ້ນຳໄປສູ່ການສ້າງຕັ້ງລັດຖະບານປະສົມສາມຝ່າຍ ໄດ້ແກ່ ຝ່າຍລັດຖະບານວຽງຈັນ, ຝ່າຍແນວລາວຮັກຊາດ ແລະ ກຳລັງຝ່າຍເປັນກາງຮັກຊາດ ຂຶ້ນທີ່ວຽງຈັນ. ໃນເວລານັ້ນ, ຍ້ອນການຕໍ່ສູ້ທາງດ້ານການເມືອງ ການທູດຂອງກຳລັງຮັກຊາດ ໃນລັດຖະບານປະສົມ 3 ຝ່າຍ ຈຶ່ງເຮັດໃຫ້ສາມາດສ້າງຕັ້ງສາຍພົວພັນການທູດລະຫວ່າງ ຣາຊະອານາຈັກລາວ ກັບ ສາ ທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການນີ້ໃນວັນທີ 05 ກັນຍາ 1962.

ນີ້ເປັນເຫດການສໍາຄັນ ແລະ ເປັນບາດລ້ຽວໃໝ່ ຂອງໄຊຊະນະທາງການທູດ ຂອງກໍາລັງປະຕິວັດຂອງສອງພັກ, ສອງຊາດ ຢ່າງແທ້ຈິງ ເພາະວ່າ ຢູ່ ນະຄອນຫລວງວຽງຈັນກ່ອນນັ້ນ, ມີສະຖານທູດ ຂອງລັດຖະບານຫຸ່ນໄຊງ່ອນ ຕັ້ງຢູ່ພຽງແຫ່ງດຽວ ເພາະຝ່າຍວຽງຈັນ ແລະ ຝ່າຍຕາເວັນຕົກ ບໍ່ຍອມຮັບຮູ້ ລັດຖະບານໃດໆ ຂອງຫວຽດນາມ ນອກຈາກລັດຖະບານຫຸ່ນໄຊງ່ອນ. ແຕ່ພາຍຫລັງ ວັນທີ 05 ກັນຍາ 1962, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມີສະຖານເອກອັກຄະລັດຖະທູດຂອງຕົນ ຕັ້ງຢູ່ນະຄອນຫລວງວຽງຈັນ ຢ່າງສະຫງ່າຜ່າເຜີຍ. ສ່ວນຢູ່ນະຄອນຫລວງຮ່າໂນ້ຍ ກໍມີສະຖານທູດ ແຫ່ງ ຣາຊະອານາຈັກລາວຕັ້ງຢູ່ຄຽງຄູ່ກັບສຳນັກງານຜູ້ຕາງໜ້າສູນກາງແນວລາວຮັກຊາດ.

ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຈຶ່ງຖືເປັນເຫດການປະຫວັດສາດ ທີ່ເປັນຂີດໝາຍສໍາຄັນໃນການພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ, ແມ່ນໝາກຜົນຂອງການຕໍ່ສູ້ໃນສະໜາມຮົບທາງການເມືອງ, ການທູດ ໄປຄຽງຄູ່ກັບການຊັ່ງຊາກຳລັງໃນສະໜາມຮົບທາງການທະຫານ ຂອງກຳລັງປະຕິວັດຂອງສອງປະເທດ ລາວ-ຫວຽດນາມ; ເປັນການຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງການປະຕິວັດຂອງສອງປະເທດ; ຮັບຮູ້ ແລະ ໄດ້ມາເຊິ່ງຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ໄດ້ເປັນພື້ນຖານໃຫ້ແກ່ການສືບທອດ ໃຫ້ແກ່ສອງປະເທດພາຍຫລັງການສະຖາປະນາ ສປປ ລາວ ແລະ ພາຍຫລັງ ທີ່ຫວຽດນາມ ໄດ້ທ້ອນໂຮມປະເທດຊາດ ໃຫ້ເປັນອັນໜຶ່ງອັນດຽວ ແລະ ສະຖາ ປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຈົນເທົ່າທຸກວັນນີ້.