ໂອເປັກພລັສ ປະກາດປັບຫຼຸດກຳລັງການຜະລິດນ້ຳມັນລົງ

48

ສຳນັກຂ່າວຕ່າງປະເທດລາຍງານວ່າ ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( OPEC ) ແລະ ຊາດພັນທະມິດ ( OPEC+ ) ໄດ້ມີມະຕິປັບຫຼຸດກຳລັງການຜະລິດນ້ຳມັນລົງ ເປັນຄັ້ງທຳອິດໃນຮອບກວ່າ 1 ປີ ໃນກອງປະຊຸມຂອງກຸ່ມໂອເປັກພລັສ ເມື່ອວັນທີ 5 ກັນຍາຜ່ານມາ ໂດຍມີຈຸດປະສົງພະຍາຍາມປະຄອງລາຄານ້ຳມັນໃນຕະຫຼາດໂລກທີ່ປັບລົງຢ່າງຕໍ່ເນື່ອງ, ທ່າມກາງ ຄວາມກັງວົນວ່າເສດຖະກິດໂລກກຳລັງກ້າວສູ່ພາວະທົດຖອຍ.

May be an image of outdoors

ໂອເປັກພລັສ ໄດ້ປະກາດປັບຫຼຸດກຳລັງການຜະລິດນ້ຳມັນລົງໜຶ່ງແສນບາເຣວຕໍ່ວັນ ໃນເດືອນຕຸລານີ້ ເຊິ່ງຄິດເປັນ 0,1% ຂອງຄວາມຕ້ອງການທົ່ວໂລກ, ພ້ອມທັງເຫັນດີໃຫ້ຊາອຸດິດອາຣັບບີ ໃນຖານະຜູ້ນຳໂອເປັກສາມາດເອີ້ນປະຊຸມໄດ້ທຸກເວລາ ຖ້າຫາກວ່າລາຄານ້ຳມັນໃນຕະຫຼາດໂລກຍັງຜັນຜວນ.

ທັງນີ້, ລາຄານ້ຳມັນດິບໃນຕະຫຼາດໂລກ ໄດ້ປັບຂຶ້ນ 120 ໂດລາສະຫະລັດຕໍ່ບາເຣວ ໃນເດືອນມິຖຸນາຜ່ານມາ ກ່ອນຈະປັບລົງມາຢູ່ທີ່ປະມານ 95 ໂດລາສະຫະລັດຕໍ່ບາເຣວໃນປັດຈຸບັນ ເນື່ອງຈາກມີຄວາມກັງວົນວ່າ ເສດຖະກິດໂລກຈະຊະລໍຕົວລົງ, ຂະນະທີ່ເສດຖະກິດຂອງບັນດາປະເທດຕາເວັນຕົກ ອາດຈະປະເຊີນກັບສະພາວະທົດຖອຍ.

May be an image of text that says 'OPEC'

ທັງນີ້, ລາຄານ້ຳມັນໃນຕະຫຼາດໂລກ ອາດຈະຫຼຸດລົງຢ່າງຕໍ່ເນື່ອງ, ເນື່ອງຈາກອຸປະທານຈະເພີ່ມຂຶ້ນ ຖ້າຫາກວ່າ ອີຣານ ສາມາດບັນລຸຂໍ້ຕົກລົງນິວເຄລຍ ກັບປະເທດມະຫາອຳນາດຕາເວັນຕົກ ເຊິ່ງຈະເຮັດໃຫ້ນ້ຳມັນດິບຂອງ ອີຣານ ສາມາດເຂົ້າສູ່ຕະຫຼາດໂລກອີກຄັ້ງ ໂດຍຄາດວ່າ ອີຣານ ຈະສາມາດຜະລິດນ້ຳມັນອອກສູ່ຕະຫຼາດໂລກປະມານ 1 ລ້ານບາເຣວຕໍ່ວັນ ກວມເອົາ 1% ຂອງຄວາມຕ້ອງການທົ່ວໂລກ.