ຈີນ ເລັ່ງຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍຈາກແຜ່ນດິນໄຫວ

48

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 6 ກັນຍາ 2022 ວ່າ ໜ່ວຍກູ້ໄພຂອງຈີນ ກຳລັງເລັ່ງຄົ້ນຫາຜູ້ສູນຫາຍ ຫຼັງຈາກທີ່ເກີດເຫດແຜ່ນດິນໄຫວ 6,6 ຣິກເຕີ ຢູ່ເຂດເມືອງຫຼູ່ຕິງ ແຂວງເສສວນ ສປ ຈີນ ໃນວັນທີ 5 ກັນຍາຜ່ານມາ, ຫຼ້າສຸດມີລາຍງານວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 65 ຄົນ, ສູນຫາຍອີກຫຼາຍຄົນ, ຂະນະທີ່ອຸຕຸນິຍົມທ້ອງຖິ່ນແຈ້ງເຕືອນວ່າ ອາດຈະມີຝົນຕົກໃນອີກ 3 ວັນຂ້າງໜ້າ.

May be an image of 5 people and people standing

ສຳນັກຂ່າວ CCTV ລາຍງານວ່າ: ເຫດແຜ່ນດິນໄຫວດັ່ງກ່າວມີຈຸດສູນກາງຢູ່ເຂດເມືອງຫຼູ່ຕິງ ແຂວງເສສວນ ວັດແຮງສັ່ນສະເທືອນໄດ້ 6,6 ຣິກເຕີ ເລິກລົງໄປໃຕ້ດິນປະມານ 10 ກວ່າກິໂລແມັດ ເຮັດໃຫ້ມີຜູ້ເສຍຊີວິດ 65 ຄົນ, ມີຜູ້ຕິດຢູ່ໃຕ້ຊາກຫັກພັງ 200 ກວ່າຄົນ, ຂະນະທີ່ຜູ້ສູນຫາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ແຮງສັ່ນສະເທືອນໄດ້ເຮັດໃຫ້ອາຄານຫຼາຍຫຼັງຢູ່ນະຄອນເຊິງຕູ່ ເຊິ່ງເປັນເມືອງເອກຂອງແຂວງເສສວນ ສັ່ນໄຫວ, ທ່າມກາງການປິດເມືອງ ( ລັອກດາວ ) ເພື່ອຄວບຄຸມໂຄວິດ – 19 ເຊັ່ນດຽວກັນກັບເມືອງຊົງຊິ່ງ ທີ່ຢູ່ໃກ້ຄຽງ, ຫຼັງເກີດເຫດໄດ້ເກີດແຮງສັ່ນສະເທືອນຂຶ້ນຫຼາຍກວ່າ 10 ຄັ້ງ.

May be an image of 4 people, people standing, people walking and outdoors

ອຸຕຸນິຍົມຂອງທ້ອງຖິ່ນໄດ້ອອກແຈ້ງເຕືອນວ່າ: ເມືອງຫຼູ່ຕິ່ງ ສູນກາງເຫດແຜ່ນດິນໄຫວ ຈະເກີດມີຝົນຕົກເປັນເວລາ 3 ວັນ ເຊິ່ງຈະກາຍເປັນອຸປະສັກໃນການຄົ້ນຫາຜູ້ສູນຫາຍ ແລະ ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກເຫດການດັ່ງກ່າວ.