ອັດຕາເງິນເຟີ້ຂອງ ສປປ ລາວ ສູງຂຶ້ນຕໍ່ເນື່ອງ ເດືອນສິງຫາເພີ່ມຂຶ້ນ 30,01% ທ່ຽບໃສ່ເດືອນດຽວກັນຂອງປີຜ່ານມາ

120

ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນສູງເຖິງ 30,01% ໃນເດືອນສິງຫາ ຜ່ານມາ ເນື່ອງຈາກດັດຊະນີລາຄາເກືອບທຸກໝວດສິນຄ້າ ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບວກກັບລາຄານໍ້າມັນຍັງສືບຕໍ່ສູງ, ອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າໃນອັດຕາທີ່ສູງ ສົ່ງໃຫ້ລາຄາສິນຄ້າບາງປະເພດປັບໂຕສູງຂຶ້ນ

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນສິງຫາ 2022 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນເດືອນສິງຫາ 2022 ທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,01% (ເດືອນກໍລະກົດ 2022 ແມ່ນ 25,7) ເນື່ອງຈາກດັດຊະນີລາຄາເກືອບທຸກໝວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະ ປີຕໍ່ປີ ໂດຍສະເພາະແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າທຽບປີຕໍ່ປີ ແມ່ນສູງເຖິງ 30,2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນໍ້າມັນພືດ, ໝາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ, ໝວດຄົມມະນາຄົມ ແລະຂົ່ນສົ່ງ ເພີ່ມຂຶ້ນ 51,7% ຍ້ອນລາຄາລົດຍົນ, ເຄື່ອງອາໄຫຼ່ ປັບໂຕສູງຂຶ້ນເນື່ອງຈາກອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າ, ສ່ວນລາຄານໍ້າມັນເຖິງວ່າຈະມີການປັບໂຕຫຼຸດລົງເລັກນ້ອຍໃນເດືອນ ແຕ່ກໍຍັງສູງຖ້າທຽບໃນຮອບປີຕໍ່ປີ, ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5% ເນື່ອງຈາກລາຄາເຫຼັກເສັ້ນ, ຊີມັງ, ຖ່ານ, ແກ໊ດ ມີລາຄາສູງຂຶ້ນ.

3 ປັດໄຈ ແລະ ສາຍເຫດທີ່ເຮັດໃຫ້ອັດຕາເງິນເຟີ້ເດືອນກໍລະກົດ 2022 ເພີ່ມສູງຂຶ້ນມີດັ່ງນີ້: 1) ເນື່ອງຈາກລາຄານໍ້າມັນຍັງສືບຕໍ່ສູງ ຈຶ່ງສົ່ງຜົນໃຫ້ລາຄາເຂົ້າສານ, ພືດຜັກ ແລະໜາກໄມ້ບາງປະເພດປັບໂຕສູງຂຶ້ນ; 2) ປັດໄຈອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າໃນອັດຕາທີ່ສູງ ແມ່ນຍັງສືບຕໍ່ສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກ-ບໍລິໂພກ ປັບໂຕສູງຂຶ້ນຢູ່ ບວກກັບເງື່ອນໄຂສະພາບອາກາດທີ່ບໍ່ເອື້ອອໍານວຍ ພ້ອມທັງມີຕົ້ນທຶນການຜະລິດທີ່ສູງ, ເປັນຕົ້ນແມ່ນລາຄາປຸ໋ຍທີ່ສູງຂຶ້ນ ແລະ 3) ບາງປະເພດສິນຄ້າທີ່ສາມາດຜະລິດໄດ້ເອງເຊັ່ນ: ໝູ່, ງົວ, ຄວາຍ, ໄກ່, ພືດຜັກ, ເຫຼັກ, ຊີມັງ ແລະ ອື່ນໆ ລ້ວນແລ້ວແຕ່ຍັງເພິ່ງພາວັດຖຸດິບຈາກພາຍນອກ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າດັ່ງກ່າວເປັນຕົ້ນແມ່ນປຸ໋ຍ, ວັກຊິນ, ອາຫານສັດ, ເຄື່ອງເບິ່ງແຍງຮັກສາສຸຂະພາບ ທີ່ເພີ່ມຂຶ້ນ ແລະ ອຸປະກອນເຄື່ອງມືຕ່າງໆເປັນຕົ້ນ ບວກກັບພາວະເສດຖະກິດຂອງໂລກທີ່ຢູ່ໃນພາວະຖົດຖອຍ ຈຶ່ງສົ່ງຜົນໃຫ້ລາຄາວັດຖຸດິບດັ່ງກ່າວຖືກຜົນກະທົບໄປຕາມໆກັນ.

ທັງນີ້, ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ເດືອນສິງຫາ 2022 ທຽບກັບເດືອນດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 30,01% ເຊິ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການ ຕ່າງໆດັ່ງນີ້: ໝວດອາຫານ ແລະເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 30,2%, ໝວດເຫຼົ້າ ແລະຢາສູບ ເພີ່ມຂຶ້ນ 17,2%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 20,5%, ໝວດໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5%.

ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 23,4%, ໝວດຮັກສາສຸຂະພາບ ແລະຢາ ເພີ່ມຂຶ້ນ 38,3%, ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 51,7%, ໝວດໄປສະນີ ແລະໂທລະຄົມມະນາຄົມ ເພີ່ມຂຶ້ນ 8,9%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 15,8%, ໝວດການສຶກສາ ເພີ່ມຂຶ້ນ 9,2%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 22,3%, ໝວດສິນຄ້າ ແລະບໍລິການອື່ນໆ ເພີ່ມຂຶ້ນ 25,7%.