ລັດຖະບານອົດສະຕຣາລີ ມອບເຄື່ອງຟອກໝາກໄຂ່ຫຼັງ 4 ໝ່ວຍ ມູນຄ່າ 1 ຕື້ກີບ ໃຫ້ແກ່ ສປປ ລາວ

74

ວັນທີ 1 ກັນຍາ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບເຄື່ອງຟອກໝາກໄຂ່ຫຼັງ ຈໍານວນ 4 ໜ່ວຍ ມູນຄ່າ 1 ຕື້ກີບ ທີ່ໄດ້ຮັບຈາກລັດຖະບານອົດສະຕຣາລີ ເຊິ່ງຕ່າງໜ້າມອບໂດຍ ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ, ທ່ານ ນາງ ໂລ ຢິງ ຣູ ແຈັກເກີລີນ, ຜູ້ຕາງໜ້າອົງການອະນາໄມໂລກ ຮັບໂດຍ ທ່ານ ດຣ. ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງຟອກໝາກໄຂ່ຫຼັງ 4 ໜ່ວຍ ທີ່ມອບໃຫ້ໃນຄັ້ງນີ້ ຈະຖືກສົ່ງຕໍ່ໃຫ້ ໂຮງໝໍແຂວງ ຄຳມ່ວນ, ສາລະວັນ ແລະ ຈຳປາສັກ ແລະ ເຄື່ອງຟອກໝາກໄຂ່ຫຼັງດັ່ງກ່າວ ຈະຊ່ວຍເພີ່ມຄວາມອາດສາມາດໃນການປິ່ນປົວຄົນເຈັບ ທີ່ທຸກທໍລະມານຈາກ ພະຍາດໝາກໄຂ່ຫຼັງ. ນອກຈາກນັ້ນ, ມັນຍັງສາມາດຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການຮັກສາ ແຍກຈາກຄົນເຈັບທົ່ວໄປ ຊຶ່ງໝາຍຄວາມວ່າ ມັນຈະເປັນການຫຼຸດຜ່ອນຄວາມສ່ຽງໃນການແພ່ພະຍາດໄປສູ່ຜູ້ເຖົ້າ, ຄົນເຈັບ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງ ທີ່ຕ້ອງໄປໂຮງໝໍຢູ່ເປັນປະຈຳ.

ທ່ານ ດຣ. ບຸນແຝງ ພູມະໄລສິດ ໄດ້ກ່າວສະແດງ ຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານ ອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ ແລະ ທັນເວລາ, ເນື່ອງຈາກ ສປປ ລາວ ກຳລັງປະເຊີນກັບການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ແລະ ຍັງປະເຊີນກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຈາກພະຍາດໝາກໄຂ່ຫຼັງ ແລະ ເບົາຫວານ, ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫຼາຍຊີວິດໃນຫຼາຍຊຸມຊົນທັງໃນປັດຈຸບັນ ແລະ ໃນອະນາຄົດ.

 


ທ່ານ ແດນ ເຮວເດິນ ກ່າວວ່າ: “ເຄື່ອງຟອກ ໝາກໄຂ່ຫຼັງດັ່ງກ່າວ ຈະຊ່ວຍຮັກສາຊີວິດຈຳນວນຫຼາຍ, ໂດຍສະເພາະຄົນເຈັບທີ່ຕິດພະຍາດໂຄວິດ-19 ແລະ ມີພະຍາດປະຈໍາໂຕ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຮູ້ວ່າເຄື່ອງດັ່ງກ່າວຈະຖືກສົ່ງໄປຍັງບັນດາໂຮງໝໍແຂວງ ທີ່ມີຄວາມຈຳເປັນໃນການໃຊ້ເຄື່ອງຟອກໝາກໄຂ່ຫຼັງຫຼາຍທີ່ສຸດ ແລະ ຍັງມີທ່າແຮງຈຳກັດ.

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫຼືອຈຳນວນ 2 ລ້ານໂດລາສະຫະລັດ ທີ່ລັດຖະບານ ອົດສະຕຣາລີ ໄດ້ຊ່ວຍເຫຼືອຜ່ານອົງການອະນາໄມໂລກ ປະຈຳລາວ ເພື່ອປັບປຸງແກ້ໄຂວຽກງານປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ວັກຊີນກັນພະຍາດໂຄວິດ-19 ແລະ ພະຍາດອື່ນໆ ແລະ ບັນຫາທາງດ້ານສາທາລະນະສຸກອື່ນໆໃນທົ່ວປະເທດ.