ລາວ ແລະ ມົງໂກລີ ຮ່ວມລົງນາມບົດບັນທຶກ ວ່າດ້ວຍການຮ່ວມມືຫຼາຍຂະແໜງການ

137

ເນື່ອງໃນໂອກາດຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ, ໃນວັນທີ 4 ກັນຍາ 2022, ທີ່ກະຊວງການຕ່າງປະເທດ ມົງໂກລີ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ບັດເຊເຊັກ ບັດເມີງ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ,

ພາຍຫຼັງສຳເລັດການພົບປະ ຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ມົງໂກລີ ກໍໄດ້ຮ່ວມລົງນາມບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ ແລະ ເຂົ້າຮ່ວມເປັນສັກຂີພິຍານການລົງນາມສັນຍາ ວ່າດ້ວຍ ການຮ່ວມມືແລກປ່ຽນດ້ານການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ ສໍາລັບປີ 2022-2027, ໂດຍຮ່ວມລົງນາມຂອງ ທ່ານ ແພງສະຫວັນ ແກ້ວປະເສີດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມົງໂກລີ ແລະ ທ່ານ ກ. ບັງບາຢາຣ໌, ຮອງລັດຖະມົນຕີກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ.

ໃນໂອກາດດຽວກັນ, ສອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມົງໂກລີ ກໍໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ໝາກຜົນຂອງການພົບປະສອງຝ່າຍ ໃນຄັ້ງນີ້. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ ລັດຖະບານມົງໂກລີ ໂດຍມອບຜ່ານ ທ່ານ ລັດຖະມົນຕີ ບັດເຊເຊັກ ບັດເມີງ, ເຊິ່ງແມ່ນຫຼຽນໄຊມິດຕະພາບ ຈາກລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແກ່ ລັດຖະບານ ແຫ່ງ ມົງໂກລີ ໃນໂອກາດທີ່ ລັດຖະບານມົງໂກລີ ໄດ້ມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ສປປ ລາວ ໃນປີ 2018 ຜ່ານມາ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໂອ. ຄູເຣນສຸກ, ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ກ. ຊັງຕັງຊາທາຣ໌ (G. Zandanshatar), ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ.