ເຢຍລະມັນ ທຸ່ມງົບ 65 ຕື້ເອີໂຣ ບັນເທົາຜົນກະທົບດ້ານພະລັງງານ

54

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານເຢຍລະມັນ ໄດ້ປະກາດມາດຕະການຊ່ວຍເຫຼືອປະຊາຊົນ ແລະ ພາກທຸລະກິດ ມູນຄ່າ 65.000 ລ້ານເອີໂຣ ເພື່ອບັນເທົາຜົນກະທົບຈາກຕົ້ນທຶນພະລັງງານທີ່ເພີ່ມຂຶ້ນ ຫຼັງຂວ້ຳບາດຕໍ່ຣັດເຊຍ ເຮັດໃຫ້ສະຫະພາບເອີຣົບ ຕ້ອງປະເຊີນກັບການຂາດແຄນພະລັງງານຢ່າງໜັກ.

ການຈັດສັນງົບຊ່ວຍເຫຼືອປະຊາຊົນຄັ້ງນີ້ ຫຼາຍກວ່າສອງຄັ້ງຜ່ານມາ ໂດຍຈະຈ່າຍເງິນຊ່ວຍເຫຼືອປະຊາຊົນຜູ້ທີ່ມີລາຍຮັບຕ່ຳ, ໃນຂະນະດຽວກັນກໍຫຼຸດພາສີອາກອນໃຫ້ແກ່ພາກທຸລະກິດທີ່ໃຊ້ພະລັງງານຫຼາຍ.

May be an image of outdoors

ທ່ານ ໂອລາຟ ໂຊລຊ໌ ນາຍົກລັດຖະມົນຕີເຢຍລະມັນ ກ່າວວ່າ: ເຢຍລະມັນ ຕ້ອງຜ່ານພົ້ນລະດູໜາວທີ່ຈະເຖິງນີ້ໄປໃຫ້ໄດ້ ໂດຍລັດຖະບານຈະຈ່າຍເງິນຊ່ວຍເຫຼືອຄັ້ງດຽວສຳລັບຜູ້ບຳນານ, ປະຊາຊົນທີ່ມີລາຍຮັບຕ່ຳ, ນັກຮຽນ – ນັກສຶກສາ, ສ່ວນພາກທຸລະກິດ ຈຳນວນ 9.000 ແຫ່ງ ຈະໄດ້ຮັບການຍົກເວັ້ນພາສີ ລວມເປັນເງິນ 1.700 ລ້ານເອີໂຣ, ພ້ອມທັງກ່າວຕຳນິຣັດເຊຍວ່າ ບໍ່ແມ່ນພັນທະມິດດ້ານພະລັງງານທີ່ໜ້າເຊື່ອຖືໄດ້ອີກຕໍ່ໄປ.

May be an image of outdoors

ທັງນີ້, ສະຫະພາບເອີຣົບ ໄດ້ອອກມາດຕະການຂວ້ຳບາດຕໍ່ຣັດເຊຍຫຼາຍສະບັບ ໂດຍໜຶ່ງໃນນັ້ນແມ່ນມາດຕະການຂວ້ຳບາດຕໍ່ພະລັງງານຂອງຣັດເຊຍ ໄດ້ເຮັດໃຫ້ສະຫະພາບເອີຣົບ ຕ້ອງເຈັບປວດຢ່າງໜັກໜາສາຫັດ ເນື່ອງຈາກລາຄາພະລັງງານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຕ້ອງຫັນໄປເພິ່ງພາແຫຼ່ງພະລັງງານໃໝ່ ເພື່ອບັນເທົາຜົນກະທົບ, ໃນຂະນະດຽວກັນ ສະຫະພາບເອີຣົບ ກໍກຳລັງຈະກ້າວເຂົ້າສູ່ລະດູໜາວ ເຊິ່ງຈຳເປັນຕ້ອງໄດ້ກັກຕຸນພະລັງງານໄວ້ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ, ບັນຫາດັ່ງກ່າວນັ້ນ ໄດ້ສ້າງແຮງກົດດັນບໍ່ໜ້ອຍໃຫ້ແກ່ລັດຖະບານຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ທ່າມກາງຄວາມບໍ່ພໍໃຈຂອງປະຊາຊົນທີ່ເພີ່ມຂຶ້ນນັບມື້.