ອິນໂດເນເຊຍ ຍົກເລີກອຸດໜູນນ້ຳມັນ ເຮັດໃຫ້ລາຄາປັບຂຶ້ນ 30%

26

ສຳນັກຂ່າວຕ່າງປະເທດລາຍງານວ່າລັດຖະບານອິນໂດເນເຊຍ ໄດ້ປະກາດຍົກເລີກອຸດໜູນນ້ຳມັັນ ເຮັດໃຫ້ລາຄານ້ຳມັນແອັດຊັງ ປັບຂຶ້ນທັນທີ 30%, ທ່າມກາງບັນຫາເສດຖະກິດ ແລະ ລາຄານ້ຳມັນໃນຕະຫຼາດໂລກ.

ທ່ານ ອາຣີຟິນ ທັສຣີຟ ລັດຖະມົນຕີກະຊວງແຮງງານຂອງອິນໂດເນເຊຍ ກ່າວວ່າ: ການຕັດສິນໃຈຍົກເລີກອຸດໜູນນ້ຳມັນ ເລີ່ມແຕ່ວັນທີ 4 ກັນຍາ 2022 ເປັນຕົ້ນໄປ ເຊິ່ງຈະເຮັດໃຫ້ລາຄານ້ຳມັນແອັດຊັງປັບຂຶ້ນຈາກ 7.600 ຣູເປຍ ( ສະກຸນເງິນອິນໂດເນເຊຍ) ຕໍ່ລິດ ເປັນ 10.000 ຣູເປຍຕໍ່ລິດ, ສ່ວນລາຄານ້ຳມັນກາຊວນ ຈາກ 5.150 ຣູເປຍຕໍ່ລິດ ເປັນ 6.800 ຣູເປຍ.

No photo description available.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຂອງອິນໂດເນເຊຍ ກ່າວວ່າ: ການປັບຂຶ້ນລາຄານ້ຳມັນຄັ້ງນີ້ ເປັນການຕັດສິນໃຈທີ່ຍາກລຳບາກ ແຕ່ກໍບໍ່ມີທາງເລືອກອື່ນ ເພາະງົບປະມານທີ່ມາອຸດໜູນນ້ຳມັນເພີ່ມຂຶ້ນເປັນ 3 ເທົ່າໃນປີນີ້ ມູນຄ່າປະມານ 502 ພັນຕື້ຣູເປຍ ເນື່ອງຈາກລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນສູງ ບວກກັບຄ່າເງິນຣູເປຍ ອ່ອນຄ່າລົງ.

No photo description available.

ຫຼັງຈາກທີ່ລັດຖະບານປະກາດປັບຂຶ້ນລາຄານ້ຳມັນ, ກະຊວງການເງິນຂອງອິນໂດເນເຊຍ ໄດ້ຕິດຕາມຢ່າງໃກ້ຊິດ ໂດຍສະເພາະອັດຕາເງິນເຟີ້ ແລະ ການຂະຫຍາຍຕົວດ້ານເສດຖະກິດ ແລະ ລັດຖະບານອາດຈະຈັດສັນເງິນຈຳນວນໜຶ່ງ ເພື່ອຊ່ວຍເຫຼືອຜູ້ທຸກຍາກ. ໃນຂະນະທີ່ນັກເສດຖະສາດ ສະແດງການປະກາດຍົກເລີກກອງທຶນອຸດໜູນຂອງພາກລັດ ອາດຈະເຮັດໃຫ້ປະຊາຊົນປັບປ່ຽນວິຖີການດຳລົງຊີວິດ ແລະ ອາດຈະເກີດມີການຄ້າຂາຍນ້ຳມັນເຖື່ອນກໍເປັນໄດ້.