ອິນເດຍ ແຊງສະຫະຣາຊະອານາຈັກ ຂຶ້ນເປັນປະເທດເສດຖະກິດໃຫຍ່ ອັນດັບ 5 ຂອງໂລກ

106

ສຳນັກຂ່າວບລູມເບີກ ລາຍງານວ່າ: ອິນເດຍ ໄດ້ແຊງສະຫະຣາຊະອານາຈັກ ຂຶ້ນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 5 ຂອງໂລກ ຕາມຕົວເລກລວມຍອດຜະລິດຕະພັນພາຍໃນ ( GDP ) ຈາກກອງທຶນການເງິນລະຫວ່າງປະເທດ ( IMF ), ເນື່ອງຈາກສະຫະຣາຊະອານາຈັກປະສົບບັນຫາດ້ານເສດຖະກິດ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ 10,1% ໃນເດືອນສິງຫາຜ່ານມາ, ຂະນະທີ່ເສດຖະກິດອິນເດຍ ຄາດວ່າຈະຂະຫຍາຍຕົວຫຼາຍກວ່າ 7% ໃນປີນີ້, ຫຼັງຈາກທີ່ໄຕມາດ 2 ຂະຫຍາຍຕົວສູງເຖິງ 13,5%.

May be an image of 1 person, motorcycle, street and road

ທັງນີ້ເມື່ອ 10 ປີກ່ອນໜ້ານີ້ ເສດຖະກິດອິນເດຍ ຢູ່ອັນດັບ 11 ຂອງໂລກ, ຂະນະທີ່ສະຫະຣາຊະອານາຈັກຢູ່ອັນດັບ 5 ຂອງໂລກ, ແຕ່ອິນເດຍໄດ້ແຊງສະຫະຣາຊະອານາຈັກ ຂຶ້ນເປັນອັນດັບ 5 ຂອງໂລກໃນປີ 2022.

ຄວາມປ່ຽນແປງໃນການຈັດອັນດັບມີຂຶ້ນ ຫຼັງຈາກທີ່ເສດຖະກິດສະຫະຣາຊະອານາຈັກຕົກຕ່ຳຢ່າງຕໍ່ເນື່ອງ ຈາກລາຄາພະລັງງານເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງບັນຫາດັ່ງກ່າວໄດ້ດຶງອັດຕາເງິນເຟີ້ຂອງສະຫະຣາຊະອານາຈັກເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ ເຊິ່ງທັງໝົດນັ້ນເປັນ ຄວາມທ້າທາຍຢ່າງຍິ່ງສຳລັບນາຍົກລັດຖະມົນຕີຄົນໃໝ່ ຂອງອັງກິດ ທີ່ຈະມາຈັດການກັບສະພາວະທົດຖອຍທາງເສດຖະກິດ.

ໃນຂະນະທີ່ເສດຖະກິດອິນເດຍ ຄາດວ່າຈະຂະຫຍາຍຕົວຫຼາຍກວ່າ 7% ໃນປີ 2022 ນີ້ ເຊິ່ງໄຕມາດ 2 ຂອງປີນີ້ ຂະຫຍາຍຕົວສູງເຖິງ 13,5% ຈາກ 4,1% ໃນໄຕມາດທຳອິດ.

May be an image of 1 person, walking, standing, outdoors and crowd

ແນວໃດກໍຕາມ Kotak Mahindra Bank ລະບຸວ່າ ເຖິງແມ່ນວ່າເສດຖະກິດອິນເດຍ ຈະແຊງສະຫະຣາຊະອານາຈັກຂຶ້ນເປັນອັນດັບ 5 ຂອງໂລກ ໂດຍມີ GDP ຢູ່ທີ່ປະມານ 3,5 ພັນຕື້ໂດລາສະຫະລັດ, ຂະນະທີ່ສະຫະຣາຊະອານາຈັກຢູ່ທີ່ 3,2 ພັນຕື້ໂດລາສະຫະລັດ ແຕ່ອິນເດຍ ມີປະຊາກອນ 1,4 ພັນລ້ານຄົນ, ສ່ວນປະຊາກອນຂອງອັງກິດ ປະມານ 68 ລ້ານຄົນ ເຊິ່ງ GDP ຕໍ່ຫົວຄົນ ອິນເດຍ ຍັງຕາມຫຼັງສະຫະຣາຊະອານາຈັກເປັນຈຳນວນຫຼວງຫຼາຍ.