ຮອງລັດຖະມົນຕີ ກະຊວງ ປກສ ເຄື່ອນໄຫວໃຫ້ກຳລັງໃຈຄອບຄົວພະນັກງານທີ່ເສຍຊີວິດລະຫວ່າງປະຕິບັດໜ້າທີ່ຢູ່ຫຼວງພະບາງ

78

ໃນລະຫວ່າງວັນທີ 2-5 ກັນຍາ 2022 ນີ້ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະນຳກອງບັນຊາການ ປກສແຂວງ ໄດ້ເຄື່ອນໄຫວໃຫ້ກຳລັງໃຈ ຄອບຄົວພະນັກງານ-ນັກຮົບໃນກຳລັງ ປກສ ຢູ່ເມືອງວຽງຄຳ ແຂວງຫລວງພະບາງ ທີ່ໄດ້ເສຍສະຫລະຊິວິດໃນການມ້າງຄະດີຢາເສບຕິດ.

ໂອກາດນີ້ ທ່ານ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຢ້ຽມຢາມອົບອຸ່ນຈິດໃຈ, ໃຫ້ກຳລັງໃຈ ພະນັກງານຕຳຫຼວດທີ່ປະ ສົບເຄາະຮ້າຍໃນລະຫວ່າງປະຕິບັດຫນ້າທີ່ທີ່ເຮັດໃຫ້ມີນາຍຕຳຫຼວດເສຍຊີວິດ 3 ສະຫາຍ ແລະ ບາດເຈັບຈຳນວນໜຶ່ງ. ພ້ອມທັງມອບຫຼຽນໄຊພິລະອາດຫານຊັ້ນ I, ພ້ອມດ້ວຍເງິນປິ່ນປົວ ໃຫ້ຄອບຄົວນາຍ ແລະ ພົນຕຳຫຼວດທີ່ເສຍສະຫຼະເພື່ອປະເທດຊາດ. ພ້ອມກັນນີ້, ທ່ານຍັງໄດ້ຮ່ວມວາງພວງມາລາ ແລະຊາປະນະກິດສົບ ນໍາຄອບຄົວ ແລະ ຍາດພີ່ນ້ອງ ຜູ້ເສຍຊີວິດ ຢ່າງສົມກຽດ.

ຈາກນັ້ນ ໄດ້ພົບປະໂອ້ລົມ ພະນັກງານນັກຮົບກຳລັງ ປກສ ເມືອງວຽງຄຳ ຢູ່ສະໂມສອນຂອງກອງບັນຊາການ ປກສ ເມືອງ, ເຊິ່ງໄດ້ຮັບຟັງການລາຍງານສະພາບລວມຂອງເມືອງວຽງຄຳໂດຍຫຍໍ້ ຈາກ ພັນໂທ ບຸນສະຫວັດ ນິນທະຈັນ ຫົວຫນ້າກອງບັນຊາການ ປກສ ເມືອງວຽງຄຳ ຕອນທ້າຍ ພົນຕີ ວັນທອງ ກອງມະນິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດໄດ້ ໃນໄລຍະຜ່ານມາ ທັງເນັ້ນໜັກໃຫ້ກຳລັງປ້ອງກັນຄວາມສະຫງົບ ພ້ອມກັນສືບຕໍ່ຮັກ ແລະ ເສີມຂະຫຍາຍ ມູນເຊື້ອຂອງກຳລັງ, ເອົາໃຈໃສ່ສຶກສາອົມການເມືອງນໍາພາແນວຄິດ ນາຍ ແລະພົນຕຳຫຼວດໃຫ້ມີຄຸນສົມບັດ ສິນທຳປະຕິວັດ, ເຊື່ອຫມັ້ນຕໍ່່ແນວທາງ ຂອງພັກ-ລັດ, ປັບປຸງແບບແຜນວິທີເຮັດວຽກ, ທັງຝຶກຝົນຮໍ່າຮຽນຍົກລະດັບວິຊາສະເພາະ ໃຫ້ມີຄວາມຮູ້ ຄວາມສາມາດສູງຂຶ້ນ ເພື່ອກໍ່ສ້າງກຳລັງ ໃຫ້ມີຄວາມເຂັ້ມແຂງ ເຕີບໃຫຍ່ ທັງປະລິມານ ແລະ ຄຸນະພາບ.

ສຳລັບນາຍ ແລະພົນຕໍາຫລວດ ທີ່ເສຍສະຫລະ ເພື່ອປະເທດຊາດ ພັກ-ລັດ ກໍຄືກະ ຊວງ ປກສ ແລະກອງບັນຊາການ ປກສ ແຂວງ, ປກສ ເມືອງ ໄດ້ມີນະໂຍບາຍ ໃຫ້ການຊ່ວຍເຫລືອຄອບຄົວຢ່າງເໝາະສມ, ເປັນຕົ້ນ ມອບເງິນນະໂນບາຍ, ເງິນເສຍອົງຄະ, ຊ່ວຍປິ່ນປົວສຸຂະພາບ ແລະຈະສືບຕໍ່ ຊ່ວຍເຫລືອ ເປັນນະໂຍບາຍດ້ານອື່ນຕືມອີກ ໃນຕໍ່ຫນ້າ.

ຂ່າວ: ປກສ ແຂວງຫຼວງພະບາງ