ຫຼາຍພາກສ່ວນມອບເງິນ ແລະ ເຄື່ອງອຸປະໂພກ ຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມ

70

ວັນທີ 3 ກັນຍາ 2022 ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໃຈຈາກຫຼາຍພາກສ່ວນ ເພື່ອຊ່ວຍເຫຼືອປະຊາຊົນ ເມືອງ ໄຊ, ເມືອງຫຼາ ແລະ ເມືອນາໝໍ້ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ຕາງໜ້າມອບໂດຍ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ ລະດົມຈາກເພື່ອນມິດ ແລະ ລະດົມຈາກພາກສ່ວນທຸລະກິດປະກອບມີ:

ກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ ມອບ 1.000.000.000 ກີບ, ບໍລິສັດ ຊີມັງ ອຸດົມໄຊ ຈຽງເກີ ຈຳກັດຜູ້ດຽວ. 30.000,000ກີບ, ທະນາຄານ JDB 20.000.000ກີບ, ບໍລິສັດ ຟ້າໄຊໂຍ ຈຳກັດຜູ້ດຽວ ( ແຂວງ ບໍ່ແກ້ວ ) 15.000.000 ກີບ, ບໍລິສັດ ສີສັນຈະເລີນສຸກ ກໍ່ສ້າງຂົວ-ທາງເຄຫາສະຖານ ພັດທະນາກະສິກຳ ການຄ້າຄົບວົງຈອນ ຈຳກັດຜູ້ດຽວ 10.000.000ກີບ, ກຸ່ມບໍລິສັດ ອ່າງທອງ ຈຳກັດ 5.000.000 ກີບ, ທ່ານ ນາງ ວຽນວິໄລ ດິລະພັນ ຫົວຫນ້າໂຄສະນາອົບຮົມ ແຂວງຫລວງພະບາງ 2.000.000 ກີບ ແລະ ບໍລິສັດ ໄຊຈະເລີນຊັບການລົງທຶນ ຈຳກັດ 50.000.000 ກີບ ລວມທັງໝົດ 1.132.000.000 ກີບ.

ນັບຕັ້ງແຕ່ວັນທີ 27 ສິງຫາ 2022 ເປັນຕົ້ນມາ ທາງຄະນະຮັບຜິດຊອບເສດຖະກິດລະດົມທຶນ ແຈກຍາຍສະໜອງງົບປະມານ ແລະ ອາຫານໃຫ້ແກ່ທະຫານຮາບກອງພົນທີ 3 ຈຳນວນ 300 ກວ່າຄົນ ເພື່ອຊ່ວຍເຫຼືອສຸກເສີນ ສະເພາະຢູ່ເມືອງຫຼາ ທີ່ກຳລັງຊ່ວຍເຫຼືອປະຊາຊົນເຮັດອະນາໄມອະນາໄມ ພື້ນທີ່ຖືກຜົນກະທົບ ແລະ ຕັ້ງເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນ ຜູ້ທີ່ເຮືອນຖືກພັດໄຫລ 102 ຫລັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ 2.500 ກວ່າຄອບຄົວ. ສຳລັບເຄື່ອງອຸປະໂພກບໍລິໂພກ ພ້ອມເງິນຈຳນວນໜຶ່ງ ທີ່ລະດົມໄດ້ຕັ້ງແຕ່ວັນທີ 27 ສິງຫາຫາ ວັນທີ 3 ກັນຍາໄດ້ປະມານ 3 ຕື້ 200 ລ້ານກວ່າກີບ ໃນນັ້ນເປັນວັດຖຸມູນຄ່າປະມານ 700 ລ້ານກີບ.

ສຳລັບພຶຶື້ນທີ່ທີ່ໄດ້ຮັບຜົນກະທົບໃນ 3 ເມືອງ ຄາດວ່າຈະໃຊ້ງົບປະມານໃນການຟື້ນຟູຫຼາຍຮ້ອຍຕື້ກີບ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ແລະ ຍັງຕ້ອງການແຮງຊ່ວຍເຫຼືອຈາກສັງຄົມ, ພາກສ່ວນທຸລະກິດ ຫຼື ບຸກຄົນ ຕ້ອງການຢາກຈະຮ່ວມຊ່ວຍເຫຼືອກໍ່ສາມາດຕິດຕໍ່ຮ່ວມບໍລິຈາກນຳພາກສ່ວນກ່ຽວຂ້ອງໄດ້ທີ່ຈຸດຮັບບໍລິຈາກທີ່ພະແນກການເງິນ ແຂວງ ແລະ ແຕ່ລະເມືອງ ໃນແຂວງອຸດົມໄຊ.

ຂ່າວ-ພາບ : ອະພິນຍາ ສຸລິຍະວົງ