ເລີ່ມແລ້ວກອງປະຊຸມບານເຕະ 2022, ສຕລ ປະກາດໃຫ້ທີມແຊັມລາວລີກ 2 ໄດ້ສິດແຂ່ງ LFF CUP

66

ກອງປະຊຸມພັດທະນາກີລາບານເຕະ ທົ່ວປະເທດ ປະຈໍາປີ 2022 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກັນຍາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເປັນປະທານໂດຍ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ມີຕາງໜ້າຈາກສະຫະພັນບານເຕະແຕ່ລະແຂວງ ພ້ອມດ້ວຍສື່ມວນຊັ້ນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່ານ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ: ຈຸດປະສົງ ເນັ້ນຢໍ້າຍຸດທະສາດຕາມແຜນຂອງ ສຕລ ປະສານສົມທົບກັບສະຫະພັນບານເຕະແຕ່ລະແຂວງ, ເຊິ່ງໃນປີ 2022 ແມ່ນໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ ເຊິ່ງແຕ່ລະແຂວງກໍໄດ້ມີການແຂ່ງຂັນສໍາເລັດໄປແລ້ວ ແລະ ບາງແຂວງກໍຍັງກໍາລັງດໍາເນີນການຢູ່ ລວມເຖິງລາຍງານແຜນການຕ່າງໆໃນປີໜ້າ.

ດຽວກັນ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວເປີດວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອໃຫ້ແຕ່ລະແຂວງໄດ້ມາປຶກສາຫາລືນໍາກັນ ເພື່ອພັດທະນາໄປຮ່ວມກັນ ໂດຍສະເພາະແມ່ນວຽກງານທີ່ປະຕິບັດແຜນໃນປີ 2022 ລວມເຖິງແຜນໃຫຍ່ທີ່ພວກເຮົາມອບໝາຍແຕ່ລະແຂວງຈັດການແຂ່ງຂັນ ເຊິ່ງກໍມີບາງແຂວງແຂ່ງຂັນສໍາເລັດໄປແລ້ວ ແລະ ວາງແຜນທິດທາງຕໍ່ໄປໃນປີ 2023. ດັ່ງນັ້ນ, ຈິ່ງຂໍເປີດກອງປະຊຸມຄັ້ງນີ້ຢ່າງເປັນທາງການ.
ດັ່ງທີ່ຮູ້ໃນປີ 2022 ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ສິດພຽງທີມຈາກລາວລີກ 1 ຈໍານວນ 7 ທີມເຂົ້າຮ່ວມການແຂ່ງຂັນບານເຕະ LFF LAO FORD CUP 2022 ເນື່ອງຈາກທີມຈາກລີກ 2 ຂອງແຕ່ລະແຂວງຍັງບໍ່ມີຄວາມພ້ອມເທື່ອ ແຕ່ຫຼ້າສຸດໄດ້ຂ່າວດີປີໜ້າ ທີມຈາກລາວລີກ 2 ສາມາດມາແຂ່ງຂັນໄດ້ແລ້ວ ເຮັດຈະເຮັດໃຫ້ລາຍການນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ທີມ.

ໂດຍ ທ່ານປະທານ ສຕລ ປະກາດຂ່າວດີວ່າ: ສໍາລັບທີມຊະນະເລີດຈາກລາວລີກ 2 ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ ຄັບ 2023 ( LFF LAO FORD CUP 2023 ), ແຕ່ແຂວງໃດທີ່ມີທີມເຂົ້າຮ່ວມ ເປບຊີ ລາວລີກ 1 ແມ່ນຈະເອົາທີມ ໃນລາວລີກ 1 ເຂົ້າຮ່ວມໃນການແຂ່ງຂັນບານເຕະ ເປັນຕົ້ນແມ່ນ ວຽງຈັນ ເອັຟຊີ, ຈໍາປາສັກ ເອັຟຊີ ແລະ ຫຼວງພະບາງ ເອັຟຊີ. ຄາດວ່າຈະມີທີມເຂົ້າຮ່ວມຫຼາຍກວ່າ 20 ທີມ.

ຫຼັງຈາກນັ້ນ, ຕາງໜ້າສະຫະພັນບານເຕະແຕ່ລະແຂວງ ໄດ້ຂຶ້ນລາຍງານການປະຕິບັດວຽກງານໃນ 2022 ທີ່ຜ່ານມາ, ສະເໜີຂໍກັບ ສຕລ ແລະ ແຜນການໃນປີ 2023 ( ຈະລາຍງານໃຫ້ຊາບຕື່ມພາຍຫຼັງ )
ຂ່າວຈາກ: Larh Creators ແລະ ຮູບຈາກ: ສຕລ