ເຫດໄຟໄໝ້ລົດຢູ່ທາງດ່ວນ​ ແມ່ນລົດໃຊ້ນ້ຳມັນ ບໍ່ແມ່ນລົດໄຟຟ້າ ດັ່ງຄີບກ່າວອອກໄປ

166

ໃນຕອນແລງ​ວັນທີ​ 2​ ກັນຍາ​ 2022 ຜ່ານມາ ໄດ້ມີອຸບັດຕິເຫດໄຟໄໝ້ລົດຢູ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໂດຍມີຜູ້ໃຊ້ສື່ສັງຄົມອອນລາຍເຟສບຸ໊ກ ອັດວີດີໂອ ເຊິ່ງໃນຄີບວີດີໂອ ເວົ້າວ່າ ໄຟໄໝ້ລົດເປັນລົດໄຟຟ້າ. ແຕ່ຢ່າງໃດກໍຕາມ, ຜູ້ກ່ຽວກໍບໍ່ໄດ້ຈອດລົດລົງໄປເບິ່ງເຫດການ.

ຮູບເຫດລົດໄຟກຳລັງໄໝ້ ຢູ່ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ເປັນລົດເກງສີຟ້າ

ຕໍ່ກັບເຫດການດັ່ງກ່າວ, ກຸ່ມບໍລິສັດຜູ້ຂາຍ ແລະ ນຳໃຊ້ລົດໄຟຟ້າກໍມີຄວາມສົນໃຈວ່າ ມັນເປັນລົດໄຟຟ້າແທ້ບໍ່ ທີ່ເກີດອຸບັດຕິເຫດໄຟໄໝ້ອີກໃນຄັ້ງນີ້ ເພາະໃນເດືອນມິຖຸນາຜ່ານມາ ກໍເກີດເຫດອຸບັດຕິເຫດລົດໄຟຟ້າຂອງຄ້າຍໜຶ່ງໄໝ້ ຢູ່ເຂດທາງ 450 ປີ ຈຶ່ງໄດ້ໄປເບິ່ງຕົວຈີງ

ອີງຕາມແອັດມິນເຟສບຸ໊ກເພຈ໌ຂອງ LAO EV Car Station ເຊິ່ງເປັນບໍລິສັດນຳເຂົ້າລົດໄຟຟ້າລາຍງາານວ່າ: ເຫດໄຟໄຫມ້ຢູ່ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່ລົງຂ່າວເຕັມ ວ່າເປັນລົດໄຟຟ້າ ດຽວແອັດກຳລັງຈະອອກໄປກວດສອບໃຫ້ເດີ ແຕ່ໃຫ້ຕັ່ງສະຕິກ່ອນເດີ ຢ່າວ່າລົດທີ່ໄຟໄຫມ້ ເປັນລົດໄຟຟ້າໝົດ ດູຕົນຄົນທີ່ເຂົາກຳລັງຕັດສິນໃຈຈະຊື້ລົດໄຟຟ້າແດ່ ຖືກບູລີເອົາຊື່ໆ ດຽວເປັນແນວໃດ ແອັດຈະມາລາຍງານເດີ.

ພາຍຫຼັງທີ່ໄປເບິ່ງໂຕຈິງ, ແອັດມິນ LAO EV Car Station ໄດ້ສະລຸບສັ້ນໆວ່າ: ລົດທີ່ເກີດເຫດໄຟໄຫມ້ ບໍ່ແມ່ນລົດໄຟຟ້າເດີ ເປັນລົດນ້ຳມັນ ສັງເກດງ່າຍໆ ມີທໍ່ລົດ, ມີຈັກ, ສ່ວນສາເຫດ ແອັດບໍ່ຂໍລົງລາຍລະອຽດເດີ

ຂອບໃຈຂໍ້ມູນ ແລະ ພາບຈາກ: LAO EV Car Station