ນິ້ວລ໊ອກ ອາການທີ່ບໍ່ຄວນເບິ່ງຂ້າມ

53

ຫຼາຍໆຄົນຄົງຈະເຄີຍມີອາການປວດບໍລິເວນກົກນິ້ວມືຢຽບມື ແລະ ງໍມືບໍ່ສະດວກ ຫຼື ຮູ້ສຶກວ່າການງໍນິ້ວ, ຢຽບນິ້ວ ມີ ຄວາມຮູ້ສຶກເຈັບປວດ ຄືແບບມີສະປິງ ແລະ ໄປຈົນເຖິງອາການເຈັບມືແຮງຈົນບໍ່ສາມາດງໍນິ້ວໄດ້ ລັກສະນະອາການດັ່ງກ່າວ ເອີ້ນວ່າ “ ນິ້ວລ໊ອກ ” ( Trigger Finger ) ເຮົາມາຮູ້ສາເຫດທີ່ເກີດພະຍາດນິ້ວລ໊ອກນີ້ກັນ ຄື: ອາການນິ້ວລ໊ອກເກີດມາຈາກ ຄວາມດຸໝັ່ນໃນການເຮັດວຽກເຮືອນ, ເຮັດສວນ, ການຫຼິ້ນກີລາ ຫຼື ການເຮັດວຽກຂອງພະນັກງານຫ້ອງການ ລວມເຖິງການຫຼິ້ນໂທລະສັບທີ່ຕ້ອງໃຊ້ນິ້ວ ຢຽດນິ້ວ ເປັນເວລາຕໍ່ເນື່ອງນັ້ນເອງ. ສັນຍານອັນຕະລາຍຂອງອາການນິ້ວລ໊ອກ ເກີດຈາກເປືອກຫຸ້ມເອັນທີ່ໃຊ້ໃນການເໜັງຕີງນິ້ວມີການອັກເສບ ໂດຍອາການຂອງນິ້ວລ໊ອກ ມີ 4 ໄລຍະ ດັ່ງນີ້:

– ໄລຍະທີ 1 ເລີ່ມທໍາອິດຈະມີອາການເຈັບປວດບໍລິເວນນິ້ວນັ້ນໆ.
– ໄລຍະທີ 2 ຈະຮູ້ສຶກວ່າການງໍນິ້ວ ຢຽດນິ້ວມື ສະດຸດໂດຍຈະມີລັກສະນະຄ້າຍສະປິງທີ່ຈະດີດຢ່າງວ່ອງໄວ ຮ່ວມກັບອາກາດປວດຫຼາຍຕອນເໜັງນິ້ວມື.
– ໄລຍະທີ 3 ຈະບໍ່ສາມາດຢຽດນິ້ວມືເອງໄດ້ ຕ້ອງໃຊ້ນິ້ວອື່ນຊ່ວຍຢືດ.
– ໄລຍະທີ 4 ຈະມີອາການເຈັບປວດຮຸນແຮງຈົນບໍ່ສາມາດເຮັດການງໍນິ້ວນັ້ນໄດ້ອີກຕໍ່ໄປ.
▶ວິທີການປ້ອງກັນອາການນິ້ວລ໊ອກ
1. ແຊ່ມືໃນນໍ້າອຸ່ນ
2. ງໍນິ້ວ ຢຽດນິ້ວ ໃຫ້ສຸດເບົາໆ.
3. ທໍາການບໍລິຫານນິ້ວມືແບບງ່າຍໆທຸກມື້.
4. ພັກການໃຊ້ງານຄອມພິວເຕີ ຫຼື ມືຖື ເມື່ອນິ້ວມືມີອາການເມື່ອຍລ້າ.
5. ຫຼີກລ່ຽງການຖືເຄື່ອງໜັກ ແລະ ການກໍາມືແນ້ນໆ ເຊັ່ນ ບິດຜ້າ, ການຕີເທນນິສ, ການຕີກ໊ອຟເປັນຕົ້ນ ສໍາລັບການຮັກສາ ຫຼື ປິ່ນປົວ ຈະມີຄວາມເໝາະສົມຕໍ່ຜູ້ປ່ວຍທີ່ແຕກຕ່າງກັນໄປ ແພດສະເພາະທາງຈະໃຫ້ຄໍາປຶກສາແກ່ຜູ້ປ່ວຍໂດຍແຈ້ງລາຍລະອຽດ ຂໍ້ດີ – ຂໍ້ເສຍ ຂອງການປິ່ນປົວ ແລະ ການຕັດສິນໃຈວ່າຈະປິ່ນປົວແບບໃດ.

 

[ ຂໍ້ມູນຈາກ:Chiangmai
news; ຮຽບຮຽງ: ເມລີ;
ຮູບ: Google]