ສັນຍານເຕືອນບັນຫາສຸຂະພາບ ຈາກການທີ່ເຮົາ “ ເລືອດດັງອອກ ” ບໍ່ຄວນເບິ່ງຂ້າມ

124

ສູນການແພດຕ່າງປະເທດລະບຸວ່າ ເລືອດດັງໄຫຼ ( Epistaxis ) ຄືພາວະເລືອດອອກທາງດັງ ແບ່ງອອກເປັນ 2 ສ່ວນ ຄື ພາວະເລືອດອອກທາງດ້ານໜ້າ ແລະ ພາວະເລືອດອອກຈາກທາງດ້ານຫຼັງພົ້ງດັງ ເຊິ່ງສ່ວນໃຫຍ່ມັກມີສາເຫດທີ່ອັນຕະລາຍກວ່າພາວະການເລືອດອອກທາງດັງດ້ານໜ້າ.

ດັ່ງນັ້ນ, ເມື່ອເລືອດດັງໄຫຼ ອາດເປັນສັນຍານເຕືອນໄພຂອງພະຍາດຮ້າຍ ເຊັ່ນ:
1. ເນື້ອງອກ ສາເຫດຈາກ ມະເຮັງ ຫຼື ເນື້ອງອກບໍ່ຮ້າຍແຮງທີ່ມີເສັ້ນເລືອດມາລ້ຽງ ເກີດຂຶ້ນໃນດັງ ໄຊນັສ ຫຼື ຫຼັງພົ້ງດັງ.
ໂດຍອາການຈະມີເລືອດອອກບາງຄັ້ງ ຫຼື ອອກຈາກດັງປະລິມານທີ່ຫຼາຍຄວນສ່ອງກ້ອງກວດພົ້ງດັງ ຫຼື ເອັກສເລເບິ່ງ ເພື່ອກວດວິໄຈ.

2. ການລະຄາຍເຄືອງ ຫຼື ບາດເຈັບໃນດັງ ສາເຫດຈາກ ເຮົາຈົກ ຫຼື ແກະດັງດຸ ມັນໄດ້ຮັບການກະແທກທີ່ດັງ ການສັ່ງນໍ້າມູກແຮງໆ ອາການແຫ້ງຄວາມກົດອາກາດປ່ຽນແປງຢ່າງວ່ອງໄວ ເຊັ່ນການຂຶ້ນຍົນ, ອາການເລືອດມັນອອກບໍ່ຫຼາຍ ແລະ ເປັນໄລຍະເວລາສັ້ນໆ ອາດມີເລືອດອອກຊໍ້າໃນໄລຍະທີ່ໃກ້ເຊົາ.

3. ການອັກເສບໃນຜົ້ງດັງ ສາເຫດຈາກການຕິດເຊື້ອພະຍາດພູມແພ້ ໄຊນັສອັກເສບ ໃຊ້ເຄື່ອງອັດອາກາດຂະນະທີ່ຫຼັບ, ອາການຈະມີເລືອດອອກປົນມາກັບຂີ້ມູກ.
ອ່ານຈົບແລ້ວກໍລອງສັງເກດ ແລະ ຄວນພົບແພດ ເພື່ອກວດເດີ.