ການປູກໝາກເຜັດຂີ້ໜູ

31

ໝາກເຜັດສາມາດປູກໄດ້້ເກືອບທຸກສະພາບດິນ ແຕ່ດິນທີ່ເໝາະສົມທີ່ສຸດຄື ດິນຮ່ວນປົນຊາຍ ທີ່ມີການລະບາຍນໍ້າດີ ສາມາດເປັນກົດດ່າງ 6,0 – 6,8 ປູກໄດ້ຕະຫຼອດປີ ສາມາດນຳໄປປະກອບໃນການປຸງແຕ່ງອາຫານແບບສົດ ຫຼື ເຮັດເປັນແຫ້ງ ສາມາດເກັບຮັກສາໄວ້ໄລຍະຍາວກໍໄດ້.
ການເພາະເບ້ຍໝາກເຜັດຂີ້ໜູ:


1. ໃຫ້ກຽມດິນລະອຽດ ພ້ອມປຸ໋ຍຄອກ ຫຼື ປຸ໋ຍໝັກ ໃນອັດຕາ 2/1 ແລະ ໃສ່ດິນປະສົມດັ່ງກ່າວລົງໄປໃນຖາດພາສ ຕິກເພາະເບ້ຍ ຂະໜາດໃດກໍໄດ້ ຫຼື ຈະເພາະໃສ່ເບົ້າ ແລະ ຂຸດເປັນໜານຫວ່ານ ຫຼື ຢອດແກ່ນກໍໄດ້.
2. ຫຼັງຈາກນັ້ນ ກໍເອົາດິນປົກແລ້ວຫົດນໍ້າປົກກະຕິ ເຊົ້າ – ແລງ ( ປ້ອງກັນແມງໄມ້ມາເຂ່ຍກິນແກ່ນໝາກເຜັດ ໂດຍການໂຮຍປູນຂາວອ້ອມໜານ ຫຼື ເຂດເພາະເບ້ຍໄດ້ ).
3. ຫຼັງຈາກເພາະໄດ້ 7 – 10 ມື້ ຕົ້ນອ່ອນໝາກເຜັດກໍຈະເລີ່ມປົ່ງ, ຈາກນັ້ນຫົດນໍ້າປົກກະຕິຈົນກວ່າຕົ້ນເບ້ຍໝາກເຜັດຈະມີອາຍຸ 25 – 30 ມື້ ແລ້ວຈຶ່ງຍ້າຍລົງປູກດິນ ຫຼື ຖັງ.
ການປູກໃນໜານ ຫຼື ພາຊະນະ:


1. ຖ້າປູກໃນໜານຄວນກຽມດິນ ໂດຍເອົາປຸ໋ຍຄອກປະສົມດິນລະອຽດ ເຊິ່ງດິນຕ້ອງໄຖ ຫຼື ສັບລະອຽດ ແລະ ຂຸດໃຫ້ເລິກປະມານ 15 – 20 ຊັງຕີແມັດ.
2. ໃນການປູກໃນຖັງ ຫຼື ພາຊະນະອື່ນໆ ກໍໃຫ້ປະສົມດິນກ່ອນເຊັ່ນກັນ ໂດຍອັດຕາ 2/1.
ຫຼັງຈາກປູກການເບິ່ງແຍງບົວລະບັດແມ່ນໃຫ້ຫົດນໍ້າຢ່າງສະໝໍ່າສະເໝີ ໃນໄລຍະການປູກຕ້ອງລະມັດລະວັງຢ່າໃຫ້ຕົ້ນຂາດນໍ້າຢ່າງເດັດຂາດ. ສ່ວນການເກັບກ່ຽວຫຼັງຈາກປູກລົງໜ້າດິນ 60 ມື້ ໝາກເຜັດຂີ້ໜູຈະເລີ່ມທະຍອຍອອກໝາກ ສາມາດເກັບຜົນຜະລິດໄດ້ ແລະ ຜົນຈະອອກໄດ້ດົນປະມານ 2 – 3 ເດືອນ, ຄວນໝັ່ນເກັບໜ່ວຍເລີ່ມແກ່ອອກໄປບໍລິໂພກ ແລະ ອາດຈະຕັດແຕ່ງກິ່ງຫງ່າ, ຕັດຕົ້ນທີ່ໂຊມ ຫຼື ເປັນພະຍາດຖິ້ມ.