ນໍ້າໝາກກ້ຽງສົດ ປູກຢູ່ລາວ ເຮັດຢູ່ລາວ ຂາຍຢູ່ລາວ

63

ເປັນອີກໜຶ່ງຜະລິດຕະພັນແປຮູບທີ່ໜ້າສົນໃຈດ້ວຍສີມືຄົນລາວ ເພື່ອເພີ່ມທາງເລືອກໃນການບໍລິໂພກຫັນສູ່ຄວາມສະດວກສະບາຍ, ເກັບຮັກສາງ່າຍ ແຕ່ຍັງຄົງຮັກສາລົດຊາດ ແລະ ສັບພະຄຸນທາງໂພຊະນາການໄວ້ຢ່າງດີ.
ນໍ້າໝາກກ້ຽງຄັ້ນສົດ ໄດ້ນໍາເອົາຜົນຜະລິດທີ່ປູກຢູ່ພາຍໃນປະເທດລາວເຮົາ ມາແປຮູບ ໂດຍມີການຄັດສັນໝາກກ້ຽງສຸກທີ່ໄດ້ຄຸນນະພາບ ແລ້ວນໍາເຂົ້າໂຮງງານ ເພື່ອເອົາແຕ່ນໍ້າມາບັນຈຸໃສ່ກວດຢາງທີ່ກຽມພ້ອມໄວ້ແລ້ວ, ຈາກນັ້ນກໍປິດຝາກວດໄວ້, ຕິດສະຕິກເກີທີ່ເປັນສັນຍາລັກ ແລະ ສາມາດນໍາອອກໄປຈໍາໜ່າຍໄດ້.
ກວດບັນຈຸໃນປັດຈຸບັນ ມີ 2 ແບບໃຫ້ເລືອກ: ແບບກວດມົນ ແລະ ກວດຍາວ ແລ້ວແຕ່ຄວາມມັກຂອງແຕ່ລະຄົນ ແນ່ນອນການເກັບຮັກສາຂໍພຽງແຕ່ມີຕູ້ເຢັນ ຫຼື ເກັບໄວ້ໃນອຸນຫະພູມທີ່ເຢັນ ແມ່ນສາມາດຮັກສາໄດ້ຫຼາຍມື້ ເພື່ອໄວ້ບໍລິໂພກຢູ່ເຮືອນມື້ລະໜ້ອຍຕາມປະລິມານເໝາະສົມ.


ປັດຈຸບັນນໍ້າໝາກກ້ຽງຄັ້ນສົດ ເປັນທີ່ຮູ້ຈັກ ແລະ ມີຜູ້ຄົນນິຍົມຊື້ຫຼາຍຂຶ້ນເລື້ອຍໆ ດ້ວຍຄວາມສະດວກໃນການບໍລິໂພກບໍ່ເສຍເວລາປອກເປືອກ ແກະແກ່ນອອກ, ສະດວກໃນການເກັບຮັກສາ ພຽງໄວ້ໃນອຸນຫະພູມເຢັນ ດ້ວຍລົດຊາດທີ່ມີມາດຕະຖານ ພ້ອມຄຸນຄ່າທາງອາຫານບໍ່ປ່ຽນແປງ ສາມາດບໍລິໂພກໄດ້ທຸກເພດໄວ ແຖມຍັງສາມາດເປັນຂອງຝາກຂອງຕ້ອນຂອງຝາກແທນຈາກການຊື້ໝາກກ້ຽງສົດດັ່ງທີ່ເຄີຍນິຍົມກັນໄດ້ນໍາອີກ.
ຜະລິດຕະພັນຂອງຄົນລາວ ໃນປັດຈຸບັນມີຫຼາຍຢ່າງທີ່ໄດ້ຄຸນນະພາບມາດຕະຖານ ສາມາດເຂົ້າເຖິງຮອດຕະຫຼາດຕ່າງປະເທດ ແຕ່ປະຊາຊົນລາວ ຈໍານວນບໍ່ໜ້ອຍທີ່ຍັງບໍ່ຮູ້ຈັກ ຫຼື ລືມໄປວ່າມີໃນລາວ ເພາະການນໍາເຂົ້າ – ສົ່ງອອກສິນຄ້າຂ້ອນຂ້າງສະດວກ ແລະ ມີການຮ່ວມມືຂອງບັນດາຜູ້ປະກອບການພາຍໃນ ແລະ ຕ່າງປະເທດຂ້ອນຂ້າງຫຼາຍ.
ແນວໃດກໍຕາມ, ມື້ນີ້ຜູ້ຂຽນຂໍນໍາສະເໜີພຽງ 1 ຜະລິດຕະພັນນີ້ໄປກ່ອນ ຕິດຕາມອາທິດໜ້າຈະເປັນຜະລິດຕະພັນຫຍັງ? ລໍຕິດຕາມ!.
ໂຮງງານຜະລິດນໍ້າໝາກກ້ຽງຄັ້ນສົດ, ປັດຈຸບັນຕັ້ງຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.