ນໍ້າຖ້ວມຂັງເລິກນໍາລົດຂັບລຸຍນໍ້າຖ້ວມ ຈະສົ່ງຜົນເສຍແນວໃດ

37

ໃນອາທິດຜ່ານມາ ເສັ້ນທາງຫຼາຍຈຸດໃນນະຄອນຫຼວງວຽງຈັນ ທີ່ຕໍ່າ ເວລາຝົນຕົກນໍ້າມັກຈະຖ້ວມຂັງ ສ້າງ ຄວາມລໍາບາກໃນການສັນຈອນ ແລະ ບາງຄັ້ງລົດຂອງທ່ານອາດຈະໄດ້ຮັບຜົນເສຍຫາຍຈາກການຂັບຜ່ານນໍ້າທີ່ຖ້ວມເລິກ. ສະນັ້ນ, ຄໍລໍາລົດມື້ນີ້ຈະພາທ່ານຜູ້ອ່ານມາຮູ້ຈັກເຕັກນິກການຂັບລົດລຸຍນໍ້າຖ້ວມ ເຊິ່ງເປັນຂໍ້ມູນທີ່ໜ້າສົນໃຈທີ່ທີມງານຊ່າງສ້ອມແປງຈາກຫ້ອງຂາຍລົດມິດຊູບີຊິ ມານໍາສະເໜີ.
ການຂັບລົດລຸຍນໍ້າເປັນສະພາບການໃຊ້ງານທີ່ບໍ່ປົກກະຕິສໍາລັບລົດ. ດັ່ງນັ້ນ, ເມື່ອມີເຫດຈໍາເປັນຕ້ອງໃຊ້ລົດໃນການເດີນທາງຂະນະທີ່ເກີດນໍ້າຖ້ວມ ຕ້ອງປະຕິບັດແນວໃດ ເພື່ອໃຫ້ເກີດຄວາມປອດໄພສູງສຸດ.


1. ສັງເກດຄວາມສູງຂອງລະດັບນໍ້າ ໃຫ້ສັງເກດຈາກລົດຄັນໜ້າ ຖ້າລົດເກັງທົ່ວໄປຄວນຫຼີກລ່ຽງລະດັບນໍ້າສູງ ກວ່າ 25 ຊັງຕີແມັດ ແລະ ຕ້ອງບໍ່ເກີນເຄິ່ງຕີນລົດ ຫາກຍັງຂັບລຸຍຕໍ່ໄປໂອກາດເຄື່ອງຈັກດັບມີສູງ, ລົດກະບະ 40 ຊັງຕີແມັດ.
2. ປິດແອ ເພາະເມື່ອເປີດແອພັດລົມຈະເຮັດວຽກ ແລະ ພັດນໍ້າໃຫ້ກະຈາຍໄປທົ່ວຫ້ອງເຄື່ອງຈັກ ເຊິ່ງນໍ້າຈະເປັນຕົວພາໃຫ້ເຄື່ອງຈັກມອດໄດ້.
3. ຂັບຊ້າໆ ເພື່ອຫຼີກລ່ຽງການຕົກຂຸມທີ່ແນມບໍ່ເຫັນ ໂດຍສັງເກດຈາກລົດຄັນໜ້າ ແລະ ພະຍາຍາມຈື່ເສັ້ນທາງໄວ້ ຂັບລົດຜ່ານນໍ້າຖ້ວມໃຫ້ໃຊ້ຄວາມໄວສະໝໍ່າສະເໝີ ແລະ ຕໍ່າສຸດ ດ້ວຍລະດັບ ຄວາມໄວທີ່ໝັ້ນຄົງໃຊ້ເກຍຕໍ່າຄືເກຍ 1 – 2 ແລະ ຮັກສາອັດຕາເລັ່ງໄວ້ໃຫ້ໄດ້ປະມານ 1.500 – 2.000 ຮອບ ຖ້າຕໍ່າກວ່ານີ້ເຄື່ອງຈັກອາດຈະມອດໄດ້ ຖ້າສູງເຄື່ອງຈັກອາດຈະດູດອາກາດ ແລະ ນໍ້າເຂົ້າໄປເຄື່ອງຈັກ. ສໍາລັບລົດເກຍໂອໂຕ້ໃຊ້ເກຍ L ໃຫ້ຈື່ໄວ້ວ່າຂັບຊ້າໆຢ່າຢຸດ ແລະ ຢ່າເລັ່ງ ຄວາມໄວ.
4. ຢ່າເລັ່ງເຄື່ອງຈັກ ການຂັບລົດລຸຍນໍ້າຖ້ວມ ໂດຍເລັ່ງເຄື່ອງຈັກເພື່ອດັນນໍ້າອອກຈາກທໍ່ໄອເສຍ ເປັນການເຂົ້າໃຈຜິດ ເພາະຖ້າເລັ່ງເຄື່ອງຈັກຈະເຮັດໃຫ້ຈັກຮ້ອນ ເມື່ອເຄື່ອງຈັກຮ້ອນ ພັດລົມລະບາຍຄວາມຮ້ອນເຮັດວຽກ ກໍຈະພັດນໍ້າໃຫ້ກະຈາຍເຕັມຫ້ອງເຄື່ອງຈັກນັ້ນເອງ.


5. ຫຼີກລ່ຽງບໍ່ຂັບຜ່ານກົງກັບສາຍໄຟຟ້າຈົມນໍ້າ ເພື່ອບໍ່ໃຫ້ຖືກໄຟຟ້າຊັອດ.
6. ສັງເກດເບິ່ງວ່າມີວັດຖຸອື່ນລອຍຕາມນໍ້າມາ ຫຼື ບໍ່ ເພາະຈະຂວາງທາງເຮັດໃຫ້ທ່ານຂັບຕໍ່ໄປບໍ່ໄດ້.
7. ພະຍາຍາມຮັກສາໄລຍະຫ່າງຈາກລົດຄັນໜ້າ ເພາະລະບົບເບຣກແຊ່ນໍ້າຢູ່ປະສິດທິພາບຕໍ່າລົງ.
8. ຫາກເຄື່ອງຈັກມອດກາງນໍ້າ ຫ້າມຕິດຈັກລົດ ເພາະເຄື່ອງຈັກອາດຈະໄດ້ຮັບ ຄວາມເສຍຫາຍ ໃຫ້ໂທລະສັບຂໍຄວາມຊ່ວຍເຫຼືອ ຫຼື ເອີ້ນຄົນທີ່ຢູ່ພາຍນອກລົດຊ່ວຍ.
9. ຫຼຸດຄວາມໄວລົງເມື່ອຂັບລົດສວນກັນ ເພາະລົດທີ່ສວນເລນມາຈະມີລະດັບຄື້ນນໍ້າທີ່ດັນຜ່ານມາກັບຄື້ນທີ່ເຮົາດັນໄປ ເຮັດໃຫ້ເກີດການປະທະລະຫວ່າງ 2 ຄື້ນ ແລະ ຄື້ນນໍ້າທີ່ຕໍາກັນຈະກໍ່ໃຫ້ເກີດແຮງກະທົບພ້ອມກັບລະດັບນໍ້າທີ່ສູງຂຶ້ນ ເຊິ່ງມັນສາມາດເຂົ້າໄປສ້າງຄວາມເສຍຫາຍພາຍໃນ ຫຼື ຖ້ວມຫ້ອງເຄື່ອງຈັກໄດ້ ເມື່ອຂັບລົດສວນກັບລົດອີກຄັນ.
( ຂໍ້ມູນຈາກ ບໍລິສັດມິດຊູເຕສອງ )