ທ່ານນາຍົກ ສົ່ງສານສະແດງຄວາມເຫັນໃຈ ຕໍ່ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ປະເທດປາກິດສະຖານ

40

ວັນທີ 2 ກັນຍາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂມຮາມັດ ຊີບາສ ຊາລີສ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຕໍ່ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງປະເທດປາກິດສະຖານ.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງປະເທດປາກິດສະຖານ ໃນວັນທີ 26 ສິງຫາ 2022 ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ປາກິດສະຖານ ເປັນຈຳນວນຫລວງຫລາຍ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈເປັນຢ່າງຍິ່ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ປາກິດສະຖານ ໂດຍສະເພາະສະມາຊິກຄອບຄົວ ຂອງຜູ້ໄດ້ຮັບເຄາະຮ້າຍຈາກ ໄພທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນ ປາກິດສະຖານ ໃນເຂດດັ່ງກ່າວ, ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.