ແຕ່ງຕັ້ງ ທ່ານ ຂວັນຕາ ດວງລາຕີ ເປັນຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ແຂວງຄຳມ່ວນຜູ້ໃໝ່

83

ໃນວັນທີ 2 ກັນຍາ 2022 ແຂວງຄຳມ່ວນ ໄດ້ຈັດພິທີ ມອບ – ຮັບ ໜ້າທີ່ ລະຫວ່າງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ( ຍທຂ ) ຜູ້ເກົ່າ ແລະ ຜູ້ໃໝ່, ພ້ອມທັງປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຍທຂ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຈັດຕັ້ງແຂວງ, ພະແນນການອ້ອມຂ້າງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ 10 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ຄຳມ່ວນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ສະບັບເລກທີ 1421,158,159,160 ແລະ 161 ໃນນີ້ ເຫັນດີຍົກຍ້າຍ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນໄປຮັບໜ້າທີ່ໃໝ່ຢູ່ຂະແໜງການອື່ນ, ແຕ່ງຕັ້ງ ທ່ານ ຂວັນຕາ ດວງລາຕີ ຮອງຫົວໜ້າພະແນກ ຍທຂ ເປັນຫົວໜ້າພະແນກ ຍທຂ ແຂວງຄຳມ່ວນຜູ້ໃໝ່, ແຕ່ງຕັ້ງ ທ່ານ ສຸທັດ ສຸມາລີ ຫົວໜ້າຂະແໜງຂົວທາງ ເປັນຮອງຫົວໜ້າພະແນກ ຍທຂ, ແຕ່ງຕັ້ງ ທ່ານ ສີສຸວັນ ໂອລິຍະວົງ ເປັນຮອງຫົວໜ້າພະແນກ ຍທຂ ແລະ ທ່ານ ໂພໄຊ ຄະຕິຍະລາດ ເປັນຮອງຫົວໜ້າພະແນກ ຍທຂ.


ພິທີໄດ້ຮັບຟັງບົດສະຫລຸບຜົນງານການນຳພາຂອງຂະແໜງ ຍທຂ ແລະ ບົດບັນທຶກການ ມອບ – ຮັບໜ້າທີ່ ໂດຍສະເພາະວຽກງານກົງຈັກການຈັດຕັ້ງ, ບັນດາເອກະສານນິຕິກຳ, ວຽກງານວິຊາສະເພາະ ແລະ ວຽກອື່ນໆ ທີ່ຕິດພັນ ຈາກນັ້ນກໍ່ໄດ້ມີການເຊັນບົດບັນທຶກ ມອບ – ຮັບ ໜ້າທີ່ ລະຫວ່າງ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ຜູ້ເກົ່າ ແລະ ທ່ານ ຂວັນຕາ ດວງລາຕີ ຫົວໜ້າພະແນກ ຍທຂ ຜູ້ໃໝ່ ໂດຍຊ້ອງໜ້າການເປັນສັກຂີພິຍານຂອງບັນດາແຂກ ທີ່ເຂົ້າຮ່ວມ. ເຊິ່ງການສັບປ່ຽນໝູນວຽນພະນັກງານ ແມ່ນເປັນວຽກງານປົກກະຕິ, ທັງແມ່ນຫຼັກການອັນໜຶ່ງຂອງພັກໃນວຽກງານພະນັກງານ, ຄວາມຈໍາເປັນ ແລະ ຮຽກຮ້ອງຕ້ອງການຂອງວຽກງານ ເພື່ອແນໃສ່ປັບປຸງວຽກງານດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.


ໂອກາດດັ່ງກ່າວທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳທີ່ໄດ້ຮັບການແຕ່ງຕັ້ງໃໝ່ທຸກຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ຕໍ່ພະນັກງານ – ສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີເອກະພາບພາຍໃນພັກ, ດ້ານວຽກງານວິຊາສະເພາະໃຫ້ເອົາໃຈໃສ່ຈັດຕັ້ງວຽກງງານທີ່ນອນໃນພາລະບົດບາດ, ໜ້າທີ່ຂອງຕົນໃຫ້ເຂັ້ມງວດ, ເຊື່ອມຊຶມ ແລະ ກຳແໜ້ນກ່ຽວກັບແນວທາງນະໂຍບາຍຂອງພັກ, ຂອງລັດຖະບານກໍ່ຄືຍຸດທະສາດຂອງກະຊວງ, ຂອງແຂວງໃນເງື່ອນໄຂໃໝ່ ເປັນຕົ້ນວຽກຈຸດສຸມ ຍທຂ ຕິດພັນກັບວາລະແຫ່ງຊາດ ຜ່ານມາອັນໃດແກ້ໄດ້ແລ້ວ ອັນໃດຍັງຄົງຄ້າງໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ, ເອົາໃຈໃສ່ຕື່ມໃນການໂຄສະນາສຶກສາອົບຮົມກ່ຽວກັບນິຕິກຳລຸ່ມກົດໝາຍ ເປັນຕົ້ນກົດໝາຍທາງລວມ, ກົດໝາຍວ່າດ້ວຍສິ່ງປຸກສ້າງຕ່າງໆ ໃຫ້ປະຊາຊົນມີຄວາມຮັບຮູ້ – ເຂົ້້າໃຈ ຢ່າງທົ່ວເຖິງ ແລະ ເອົາໃຈໃສ່ບຳລຸງສ້າງພະນັກງານວິຊາການພາຍໃນພະແນກໃຫ້ມີຄວາມຮູ້ຄວາມສາມາດເພີ້ມຕື່ມ ທັງນີ້ເພື່ອຮັບປະກັນໃຫ້ວຽກງານໂຍທາທິການ ແລະ ຂົນສົ່ງແຂວງ ຄຳມ່ວນ ມີການເຕີບໃຫຍ່ຂະຫຍາຍຕົວ, ໃບໜ້າໃໝ່ ແລະ ເປັນກໍາລັງແຮງສໍາຄັນຍູ້ການພັດທະນາແຂວງຄໍາມ່ວນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.