ສີລັງກາ ບັນລຸຂໍ້ຕົກລົງເບື້ອງຕົ້ນກັບ IMF

22

ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ ( IMF ) ເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກັບລັດຖະບານສີລັງກາ ເພື່ອດຳເນີນການອະນຸມັດເງິນກູ້ ຈຳນວນ 2,9 ຕື້ໂດລາສະຫະລັດ ເພື່ອນຳໄປຟື້ນຟູເສດຖະກິດຂອງສີລັງກາ ທີ່ກຳລັງປະເຊີນກັບວິກິດການຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ ນັບແຕ່ປະກາດເອກະລາດໃນປີ 1948 ເປັນຕົ້ນມາ.

May be an image of 5 people, motorcycle, road and street

ແນວໃດກໍຕາມ, ຂໍ້ຕົກລົງຄັ້ງນີ້ເປັນພຽງບາດກ້າວທຳອິດ ເພາະຍັງຈະຕ້ອງຜ່ານຂະບວນການອະນຸມັດຂອງຄະນະຜູ້ບໍລິຫານຂອງ ໄອເອັມເອັຟ ແລະ ຍັງຂຶ້ນກັບລັດຖະບານສີລັງກາວ່າ ຈະປະຕິບັດຕາມມາດຕະການທີ່ໄດ້ຕົກລົງຮ່ວມກັບ ໄອເອັມເອັຟ ຫຼື ບໍ່? ໂດຍຕະຫຼອດ 4 ປີ ຫຼັງຈາກນີ້ ລັດຖະບານສີລັງກາ ຕ້ອງປະຕິຮູບລະບົບເສດຖະກິດ ໂດຍມຸ່ງເນັ້ນໄປທີ່ການກະຕຸ້ນລາຍຮັບຂອງລັດຖະບານ, ເພີ່ມສັກກະຍະພາບດ້ານການເງິນ, ການປັບຄ່າລາຄາໄຟຟ້າ ແລະ ລາຄານ້ຳມັນ, ເພີ່ມລາຍຈ່າຍຂອງປະຊາຊົນ, ໃຫ້ອິດສະຫຼະແກ່ທະນາຄານກາງ ແລະ ການຟື້ນຟູຄັງແຮສຳຮອງເງິນຕາຕ່າງປະເທດ.

May be an image of 1 person, street and road

ໄອເອັມເອັຟ ລະບຸວ່າ: ແຜນງານດັ່ງກ່າວນີ້ ຈະປະຕິຮູບການເກັບພາສີຄັ້ງໃຫຍ່ ປັບອັດຕາອາກອນລາຍໄດ້ບຸກຄົນທຳມະດາ ລວມທັງຂະຫຍາຍຖານອາກອນລາຍໄດ້ນິຕິບຸກຄົນ, ອາກອນມູນຄ່າເພີ່ມ ໂດຍຄາດວ່າແຜນງານດັ່ງກ່າວ ຈະເຮັດໃຫ້ ສີລັງກາ ເກີນດຸນເຖິງ 2,3% ຂອງ ຈີດີພີ ໃນປີ 2024. ນອກຈາກນີ້, ຖ້າຫາກວ່າແຜນດັ່ງກ່າວນີ້ໄດ້ຮັບການອະນຸມັດ ອາດຈະໄດ້ຮັບການຊ່ວຍເຫຼືອຈາກຜູ້ໃຫ້ກູ້ລາຍອື່ນໆ.