ຈີນ ທົດລອງປູກພືດຢູ່ເທິງສະຖານີອະວະກາດ

24

ສຳນັກຂ່າວຊິນຮວາ ລາຍງານວ່າ ນັກບິນອະວະກາດຂອງຈີນ ໄດ້ທົດລອງປູກພືດ 2 ຊະນິດຢູ່ສະຖານີອະວະກາດ, ຫຼ້າສຸດ ແກ່ນພັນພືດ 2 ຊະນິດ ຄື: ເທລເຄຣສ ( Thalecress ) ແລະ ເຂົ້າໃນຫ້ອງປະຕິບັດການເວີນທຽນ ( Wentian ) ເລີ່ມຈະເລີນເຕີບໂຕ ແລະ ຢູ່ໃນເກນແຂງແຮງດີ.

May be an image of 2 people, people standing and indoor

ລາຍງານລະບຸວ່າ ແກ່ນພັນພືດ 2 ຊະນິດດັ່ງກ່າວ ໄດ້ຖືກຕິດຕັ້ງຢູ່ຫ້ອງທົດລອງນິເວດວິທະຍາຂອງໂມດູນ ຫ້ອງປະຕິບັດການເວີນທຽນ ເຊິ່ງຖືກສົ່ງຂຶ້ນໃນອະວະກາດເມື່ອເດືອນກໍລະກົດຜ່ານມາ ແລະ ເຂົ້າສູ່ຂັ້ນຕອນການທົດລອງປູກພືດ ເມື່ອວັນທີ 29 ກໍລະກົດຜ່ານມາ ໂດຍໄດ້ຮັບການແນະນຳຈາກຜູ້ຊ່ຽວຊານຢູ່ພາກພື້ນດິນ.

May be an image of 1 person and indoor

ຫຼ້າສຸດຕົ້ນອ່ອນເທລເຄຣສ ໄດ້ປົ່ງໃບຫຼາຍໃບແລ້ວ, ສ່ວນຕົ້ນເຂົ້າສູງປະມານ 30 ຊັງຕີແມັດ, ຫຼັງຈາກນີ້ຈະມີການທົດລອງວົງຈອນຊີວິດຂອງແນວພັນພືດທັງສອງຊະນິດດັ່ງກ່າວ ໃຫ້ໄດ້ແນວພັນຈາກເທິງອະວະກາດໃຫ້ສຳເລັດ.