WMO ຄາດ ປາກົດການລານີຢາ ເກີດຂຶ້ນ 3 ປີຕິດຕໍ່ກັນ

68

ສຳນັກຂ່າວຣອຍເຕີ ລາຍງານວ່າ ອົງການອຸຕຸນິຍົມວິທະຍາໂລກ ( WMO ) ຄາດການວ່າ: ປາກົດການ “ ລານີຢາ ” ຈະແກ່ຍາວໄປເຖິງທ້າຍປີນີ້ ນັບວ່າເປັນຄັ້ງທໍາອິດໃນຮອບ 100 ປີ ຫຼື ຮອບສະຕະວັດທີ່ປາກົດການດັ່ງກ່າວເກີດຂຶ້ນ 3 ປີຕິດຕໍ່ກັນ.

ລາຍງານລະບຸວ່າ: ປາກົດການ ລານີຢາ ໃນມະຫາສະໝຸດປາຊີຟິກ ຮຸນແຮງຂຶ້ນ ເນື່ອງຈາກລົມມໍລະສຸມມີກຳລັງແຮງຂຶ້ນໃນໄລຍະເດືອນກໍລະກົດ – ເດືອນສິງຫາ ເຊິ່ງສົ່ງຜົນກະທົບຕໍ່ອຸນຫະພູມ ແລະ ຮູບແບບການຕົກຂອງຝົນ ອີກທັງຍັງເຮັດໃຫ້ຫຼາຍພື້ນທີ່ຂອງໂລກເກີດໄພແຫ້ງແລ້ງ ແລະ ນ້ຳຖ້ວມທະວີຄວາມຮຸນແຮງຂຶ້ນ.

May be an image of map and text

ທັງນີ້, ການອັບເດດຂໍ້ມູນ ແອລນີໂຢ/ລານີຢາ ຂອງອົງການອຸຕຸນິຍົມວິທະຍາໂລກ ຄາດການເຖິງປາກົດການ ລານີຢາ ໃນປັດຈຸບັນວ່າ ໄດ້ເລີ່ມຕົ້ນຂຶ້ນໃນເດືອນກັນຍາ 2020 ຈົນເຖິງປັດຈຸບັນ ແລະ ຄາດວ່າຈະຍັງມີອີກຕໍ່ໄປເຖິງທ້າຍປີນີ້ ຫຼື ຕົ້ນປີໜ້າ ໂດຍຄາດວ່າມີໂອກາດເຖິງ 70% ທີ່ຈະເກີດປາກົດການດັ່ງກ່າວຂຶ້ນໃນເດືອນກັນຍາ – ເດືອນພະຈິກ ທີ່ຈະເຖິງນີ້, ຫຼັງຈາກນັ້ນຈະຫຼຸດລົງເຫຼືອ 55% ໃນເດືອນທັນວາ 2022 ຫາ ເດືອນມັງກອນ 2023.

May be an image of text

ນອກຈາກນີ້ WMO ຍັງລະບຸວ່າ: ໄພແຫ້ງແລ້ງທີ່ມີຄວາມຮຸນແຮງຂຶ້ນໃນພູມີພາກຈະງອຍຂອງອາຟຣິກກາ ແລະ ທາງທິດໃຕ້ຂອງທະວີບອາເມຣິກາໃຕ້ ແລະ ປະລິມານນ້ຳຝົນທີ່ສູງກວ່າຄ່າສະເລ່ຍໃນພູມີພາກອາຊີໃຕ້ – ອາຊີຕາເວັນອອກສ່ຽງໃຕ້ ແລະ ອົດສະຕຣາລີ ນັ້ນຄືສິ່ງທີ່ສະແດງເຖິງຈຸດເດັ່ນຂອງປາກົດການ ລານີຢາ.