ລາຄາຫອມປ້ອມຫຼຸດລົງ, ຫຼັງຂຶ້ນສູງສຸດເຖິງ 1,5 ລ້ານກີບຕໍ່ໝື່ນ ແລະ ລົງມາ 5 ແສນກີບຕໍ່ໝື່ນຕົ້ນເດືອນກັນຍານີ້

48

ໄລຍະເດືອນສິງຫາ 2022 ຜ່ານມາ ຈະເຫັນໄດ້ວ່າ ຫຼາຍທ່ານທີ່ລົງຕະຫຼາດຈະຈົ່ມວ່າ ລາຄາພືດຜັກແມ່ນແພງຫຼາຍ ໂດຍສະເພາະແມ່ນຜັກຫອມປ້ອມ, ຊວນສວນເຜີຍ ຫອມປ້ອມ ຂຶ້ນສູງສຸດເຖິງ 1,5 ລ້ານກີບຕໍ່ໝື່ນ ໃນເດືອນສິງຫາຜ່ານມາ ແລະ ໄດ້ລົງມາຢູ່ທີ 5 ແສນກີບຕໍ່ໝື່ນໃນຕົ້ນເດືອນກັນຍານີ້.

ຈາກການສຳພາດຊາວສວນເຂດບ້ານຫາດກັນຊາ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຂອງທີມຂ່າວພວກເຮົາວັນທີ 1 ກັນຍາ 2022 ຜ່ານມາ ຊາວສວນຕ່າງເວົ້າເປັນສຽງດຽວກັນວ່າ ປີນີ້ລາຄາພືດຜັກແພງຂຶ້ນຫຼາຍກວ່າທຸກປີໂດຍສະເພາະຜັກຫອມປ້ອມ ໄລຍະເດືອນສິງຫາ ຜ່ານມາຂຶ້ນສູງສຸດຮອດ 1,5 ລ້ານກີບຕໍ່ໝື່ນ ( 125.000 ກີບຕໍ່ກິໂລກຣາມ) ເນື່ອງມາຈາກປັດໄຈການຜະລິດທີ່ເພີ່ມຂຶ້ນເຊັ່ນ: ລາຄານ້ຳມັນ, ຄ່າປຸ່ຍ, ແນວພັນທີ່ມີລາຄາສູງຂຶ້ນ ມາບວກໃສ່ລະດູຝົນປູກຜັກຍາກ ແລະ ຄວາມຕ້ອງການກໍຫຼາຍ, ແຕ່ການສະໜອງໜ້ອຍ ຈຶ່ງເຮັດໃຫ້ລາຄາປັບໂຕສູງຂຶ້ນ.

ອ້າຍ ບຸນຄໍ້າ ຈັນທະວົງ ປະຊາຊົນບ້ານຫາດກັນຊາ ເມືອງຫາດຊາຍຟອງ ທີ່ຢຶດຖືອາຊີບປູກຜັກຂາຍມາໄດ້ 30 ກວ່າປີເວົ້າວ່າ: ປີນີ້ພືດຜັກແພງຂຶ້ນຫຼາຍ ໂດຍສະເພາະແມ່ນຫອມປ້ອມ ເດືອນສິງຫາຜ່ານມາ ຂຶ້ນສູງສຸດຮອດ 1,5 ລ້ານກີບຕໍ່ໝື່ນ ແບບບໍ່ເຄີຍມີມາກ່ອນ, ແຕ່ປັດມາຮອດປັດຈຸບັນລາຄາໄດ້ຕົກລົງແລ້ວ ວັນທີ 1 ກັນຍາ 2022 ຂາຍໜ້າສວນ ລາຄາ 5 ແສນກວ່າກີບຕໍ່ໝື່ນ. ໃນຂະນະທີ່ປັບໃຈການຜະລິດກໍມີຕົ້ນທຶນສູງຂຶ້ນເຊັ່ນ: ຈາກແຕ່ກ່ອນປູກຜັກ 1 ໄລ່ ໃຊ້ທຶນປະມານ 1 ລ້ານກີບ ປັດຈຸບັນ ໃຊ້ 3 ລ້ານກີບຕໍ່ໄລ່ ເນື່ອງຈາກລາຄານ້ຳ, ປຸ່ຍ, ແນວພັນທີ່ສູງຂຶ້ນກາຍທົບເຄິ່ງ ຖ້າທຽບໃສ່ 1-2 ຜ່ານມາ.

ແມ່ ກ້ອນ ຢູ່ເຂດບ້ານດຽວກັນ ເວົ້າວ່າ: ລາຄາພືດຜັກແພງໄລຍະນີ້ ແມ່ນເປັນລະດູຝົນປຸກຍາກ, ຮັກສາຍາກ ເຮັດໃຫ້ພືດຜັກຂາດຕະຫຼາດ ລາຄາຈຶ່ງສູງເປັນພິເສດ ອີກຢ່າງປີນີ້ບັນຫາຄ່ານໍ້າມັນ ແລະ ຄ່າເງິນກີບອ່ອນຄ່າເມື່ອທຽບກັບຄ່າເງິນຕາຕ່າງປະເທດ ແມ່ນມີສ່ວນກ່ຽວພັນກັບລາຄາພືດຜັກ ເພາະປະຊາຊົນໄດ້ຊື້ແກ່ນຜັກຈາກຕ່າງປະເທດ, ຊື້ນໍ້າຢາ, ຊື້ຝຸ່ນ…ລ້ວນເປັນຕົ້ນທຶນທີ່ສູງຂຶ້ນກວ່າປີຜ່ານມາ.

ອ້າຍ ຂັນທອງ ເວົ້າວ່າ: ທ້າຍເດືອນ 8 ຜັກຫອມປ້ອມຂຶ້ນລາຄາສູງສຸດ 1,5 ລ້ານຕໍ່ໝື່ນ ແຕ່ອາທິດຜ່ານມາກໍລົງກະທັນຫັນ ມັນກໍຂຶ້ນໆລົງໆແບບນີ້ ເຊິ່ງໂດຍລວມລາຄາຜັກຂາຍແພງໃນລະຫວ່າງເດືອນມິຖຸນາ ຫາ ສິງຫາ. ຈາກນັ້ນກໍຈະຄ່ອຍໆຖືກລົງ, ຖ້າຈັດອັນດັບພືດຜັກລາຄາແພງປີນີ້ ຕ້ອງຍົກໃຫ້ ຜັກຫອມປ້ອມ, ຮອງມາແມ່ນ ຜັກຊີ, ຫອມລາບ, ຜັກສະຫຼັດ.

ແຕ່ລະປີພວກເຮົາຈະເຫັນການເໜັງຕີງຂອງລາຄາພືດຜັກມີມາຕະຫຼອດ ແຕ່ປີ 2022 ແມ່ນກ້າວກະໂດດ ໂດຍການສອບຖາມຊາວສ່ວນຍັງໃຫ້ຮູ້ວ່າ ໃນເດືອນສິງຫາ ຜ່ານມາ ຫອມປ້ອມຂຶ້ນສູງເຖິງ 1,5 ລ້ານກີບຕໍ່ໝື່ນ, ຜັກຊີ-ຫອມລາບ 6-7 ແສນຕໍ່ໝື່ນ, ຜັກສະຫຼັດ 3 ແສນຕໍ່ໝື່ນ, ໝາກເລັ່ນ 150.000 ກີບຕໍ່ໝື່ນ ກ່ອນຈະປັບລົງເກືອບທົບເຄິ່ງໃນທ້າຍອາທິດຜ່ານມາ.