ມ່ວນແນ່ນອນການແຂ່ງຂັນປິ່ງປ່ອງຊີງແຊັມເຍົາວະຊົນອາຊີ ຄັ້ງທີ 26 ທີ່ລາວ ເປັນເຈົ້າພາບ

46

ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ເປີດສາກຊີງໄຊກັນຂຶ້ນຢ່າງເປັນທາງການແລ້ວ ໃນຕອນເຊົ້າວັນທີ 1 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ, ຂະນະທີ່ ໃນຕອນແລງກໍໄດ້ມີພິທີຕ້ອນຮັບຄະນະນໍາ ແລະ ຄະນະນັກກີລາຈາກບັນດາປະເທດອາຊີ ທີ່ໂຮງແຮມແລນມາກ ໃຫ້ກຽດຕ້ອນຮັບ ແລະ ກ່າວເປີດງານຢ່າງເປັນທາງການໂດຍ ທ່ານ ສ.ຈ ກິແກ້ວ ໄຊຄໍາພິທູນ ຮອງນາຍົກລົດຖະມົນຕີແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ທ່ານ ນັດທະວຸດ ເລືອງເວດ ຮອງປະທານສະຫະພັນປິ່ງປ່ອງອາຊີ ທັງເປັນປະທານສະຫະພັນປິ່ງປ່ອງອາຊຽນ, ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລາປິ່ງປ໋ອງແຫ່ງຊາດລາວ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ເຂົ້າຮ່ວມທັງໝົດ ມີ 17 ທີມຊາດສະມາຊິກອາຊີ ໃນນັ້ນ ກໍມີທີມຊາດ ສປປ ລາວ ເຂົ້າຮ່ວມ ມີຄະນະນໍາ ກໍາມະການຕັດສິນ ແລະ ນັກກີລາ ຈໍານວນ 24 ທ່ານ ລາຍການແຂ່ງຂັນ ມີຮຸ່ນອາຍຸ U15 ປີ U18 ປີ ເຊິ່ງຈະໄດ້ດໍາເນີນການແຂ່ງຂັນ ແຕ່ວັນທີ 1-6 ກັນຍາ 2022 ສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ກໍຄື ເຈົ້າພາບຈັດງານແຂ່ງຂັນ ໄດ້ປະສານສົມທົບກັບ ສະຫະພັນກີລາປິ່ງປ່ອງອາຊີ ຄະນະຮັບຜິດຊອບເຕັກນິກ-ຈັດການແຂ່ງຂັນ ແລະ ບັນດາຜູ້ໃຫ້ການອຸປະຖໍາ ແລະ ພາກສ່ວນຕ່າງໆ ຈຶ່ງເຮັດໃຫ້ການກະກຽມຄວາມພ້ອມໄດ້ສໍາເລັດເປັນທີ່ຮຽບຮ້ອຍ ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນດາທ່ານຄະນະນໍາ ຄະນະຮັບ ຜິດຊອບຈັດການແຂ່ງຂັນ ແລະ ພາກສ່ວນຄະນະນັກກີລາ ທີ່ເຂົ້າຮ່ວມແຂ່ງຂັນຈະໄດ້ຮັບຂໍ້ສະດວກ ແລະ ປະທັບໃຈກັບການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.

ໂອກາດນີ້, ທ່ານ ນາງ ແສງເດືອນ ຫຼັາຈັນທະບູນ ໃຫ້ສຳພາດວ່າ: ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງເປັນຄັ້ງປະຫວັດສາດ ຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ໂດຍມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 240 ຄົນ. ໃນນີ້ແບ່ງເປັນນັກກິລາ 165 ຄົນ ທີ່ມາຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ແລະ ມີການຊີງໄຊທັງໝົດ 11 ລາຍການ ຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ປະເພດດ່ຽວຍິງ-ຊາຍ, ທີມຍິງ-ຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການ ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ແລະ ທີມຍິງ-ຊາຍ. ໃນນີ້ສຳລັບນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປ ຈີນ, ໄຊນີດ ໄທເປ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອູຊະເບກິສະຖານ ແລະ ສປປ ລາວ ເຈົ້າ

ສະເພາະນັກກິລາລາວ ເຮົາໄດ້ບູລິມະສິດພິເສດໃນນາມເຈົ້າພາບ ສາມາດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໂດຍລົງແຂ່ງຂັນ 10 ຈາກ 11 ລາຍການທີ່ບັນຈຸແຂ່ງຂັນ ເນື່ອງຈາກພວກເຮົາຂາດນັກກິລາຢູ່ 1 ລາຍການ ຄື: ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 19 ປີ. ຢ່າງໃດກໍຕາມ, ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ ຈຳນວນ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ກໍຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 100 ກວ່າຄົນ ຈາກຫຼາຍປະເທດ.

ລາຍການດັ່ງກ່າວ, ສຳລັບນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ລວມທັງແຊ໋ມປະເພດທີມຍິງ, ທີມຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ (World Youth 2022)

ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ (ຜົນການແຂ່ງຂັນຈະລາຍງານໃຫ້ຊາບຕື່ມພາຍຫຼັງ )