ອັດຕາເງິນເຟີ້ ໃນເອີໂຣໂຊນ ເພີ່ມຂຶ້ນສູງສຸດເປັນປະຫວັດການ

82

ສຳນັກງານສະຖິຕິຂອງສະຫະພາບເອີຣົບ ເປີດເຜີຍວ່າ ອັດຕາເງິນເຟີ້ໃນເອີໂຣໂຊນ ( 19 ປະເທດທີ່ໃຊ້ສະກຸນເງິນເອີໂຣ ) ເພີ່ມຂຶ້ນ 9,1% ໃນເດືອນສິງຫາ 2022 ຖືວ່າເປັນສະຖິຕິໃໝ່ ເຊິ່ງຕົວເລກດັ່ງກ່າວຍິ່ງສ້າງຄວາມກົດດັນໃຫ້ທະນາຄານກາງສະຫະພາບເອີຣົບ ( ECB ) ພິຈາລະນາປັບຂຶ້ນອັດຕາດອກເບ້ຍ ເພື່ອຮັບມືກັບອັດຕາເງິນເຟີ້.

May be an image of money

ລາຍງານລະບຸວ່າ ລາຄາພະລັງງານທີ່ເພີ່ມຂຶ້ນຈາກມາດຕະການຂວ້ຳບາດຕໍ່ຣັດເຊຍ ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເຂດເອີໂຣໂຊນ ເພີ່ມຂຶ້ນ 9,1% ໃນເດືອນສິງຫາ, ຈາກ 8,9% ໃນເດືອນກໍລະກົດ ເຊິ່ງຖືວ່າສູງສຸດໃນປະຫວັດການເທົ່າທີ່ມີການຈົດບັນທຶກມາ.

May be an image of money