ຣັດເຊຍ ປິດທໍ່ສົ່ງແກັສ Nord Stream 1 ເພື່ອສ້ອມແປງ

48

ບໍລິສັດແກັສປຣອມ ( Gazprom ) ຂອງຣັດເຊຍ ປະກາດວ່າ ຈະໂຈະການສົ່ງແກັສໄປຍັງເຢຍລະມັນຜ່ານທໍ່ Nord Stream 1 ຊົ່ວຄາວ ເພື່ອສ້ອມແປງບໍລຸງຮັກສາ ເປັນເວລາ 3 ວັນ, ນັບແຕ່ເວລາ 1:00 ໂມງ ຂອງວັນທີ 31 ສິງຫາ ( ຕາມເວລາມາດຖານສາກົນ ) ຫາ ວັນທີ 3 ກັນຍາ 2022 ໂດຍການປິດສ້ອມແປງບຳລຸງຮັກສາຄັ້ງນີ້ ເປັນໄປຕາມແຜນທີ່ຕ້ອງໄດ້ສ້ອມແປງບຳລຸງຮັກສາທຸກຄັ້ງ ເມື່ອໃຊ້ງານທໍ່ສົ່ງແກັສຄົບ 1.000 ຊົ່ວໂມງ.

May be an image of outdoors

ທັງນີ້ Nord Stream 1 ເປັນທໍ່ສົ່ງແກັສທີ່ຍາວທີ່ສຸດໃນໂລກ ໂດຍມີຄວາມຍາວເຖິງ 1.222 ກິໂລແມັດ ລອດໃຕ້ທະເລດຳ ຈາກຣັດເຊຍ ຫາ ເຢຍລະມັນ ແລະ ເປັນທໍ່ສົ່ງແກັສຫຼັກ ລະຫວ່າງ ຣັດເຊຍ ກັບ ສະຫະພາບເອີຣົບ.

May be an image of body of water