ADB ອະນຸມັດສິນເຊື່ອສຸກເສີນໃຫ້ສີລັງກາ 200 ລ້ານໂດລາ

44

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານພັດທະນາອາຊີ ( ADB ) ໄດ້ອອກຖະແຫຼງການອະນຸມັດສິນເຊື່ອສຸກເສີນໃນວົງເງິນ 200 ລ້ານໂດລາສະຫະລັດ ໃຫ້ແກ່ສີລັງກາ ເພື່ອຍົກລະດັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊ່ວຍປະຊາຊົນ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃຫ້ຫຼຸດພົ້ນອອກຈາກວິກິດອາຫານ.

No photo description available.

ໃນຂະນະດຽວກັນ ສຳນັກງານສະຖິຕິແຫ່ງຊາດຂອງສີລັງກາ ເປີດເຜີຍວ່າ ດັດສະນີລາຄາຜູ້ບໍລິໂພກ ( CPI ) ເຊິ່ງເປັນຕົວຊີ້ວັດອັດຕາເງິນເຟີ້ໃນເດືອນສິງຫາ 2022 ເພີ່ມຂຶ້ນ 64,3%, ຈາກ 60,8% ໃນເດືອນກໍລະກົດ.

ທັງນີ້, ອັດຕາເງິນເຟີ້ຂອງສີລັງກາ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 7,6% ເມື່ອເດືອນຕຸລາປີ 2021 ເພີ່ມຂຶ້ນເປັນ 40% ໃນເດືອນພຶດສະພາຜ່ານມາ, ກ່ອນຈະເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນເຖິງປັດຈຸບັນ, ຂະນະທີ່ເງິນຣູປີສີລັງກາ ກໍອ່ອນຄ່າລົງຫຼາຍກວ່າ 50% ເມື່ອທຽບກັບເງິນໂດລາສະຫະລັດ ນັບແຕ່ຕົ້ນປີເປັນຕົ້ນມາ.

May be an image of 1 person

ແນວໃດກໍດີ, ຕາມການວິເຄາະຂອງມະຫາວິທະຍາໄລຮ໊ອບກິ້ນ ຂອງສະຫະລັດອາເມຣິກາ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ ອັດຕາເງິນເຟີ້ຂອງສີລັງກາຂະນະນີ້ ຢູ່ທີ່ 128% ສູງເປັນອັນດັບສອງຂອງໂລກ ຮອງຈາກຊິມບັບເວ ເຊິ່ງມີສະຖິຕິຢູ່ທີ່ 365%.