ບົນໄວ້ແລ້ວລືມ ແກ້ແນວໃດດີ ? ອ່ານທີ່ນີ້ເລີຍ

68

ຫຼາຍຄົນຄົງເຄີຍເປັນຄືກັນແມ່ນບໍ່ ບົນຫຍັງໄວ້ແລ້ວພໍໄດ້ຕາມທີ່ຂໍແລ້ວກໍລືມ ແລ້ວກໍເກີດສົງໄສກັນວ່າເພາະເຫດນີ້ບໍທີ່ເຮັດໃຫ້ຊີວິດເຮົາຕິດຂັດ ແລ້ວຈະແກ້ຈັ່ງໃດດີ ມື້ນີ້ຄໍລໍາດູດວງຈະມາຕອບໃຫ້ທຸກຄົນເພື່ອທີ່ຈະເຮັດໃຫ້ຊີວິດລາບລື່ນຕະຫຼອດໄປ.
ຢ່າງກໍລະນີທີ່ໄດ້ກ່າວຂ້າງຕົ້ນໄປ ວ່າເຮົາບົນບານສານກ່າວກັບສິ່ງສັກສິດໄວ້ ໃນທີ່ນີ້ທັງໝົດກັບການທີ່ເຮົາເອີ່ຍວາຈາສາບານອອກໄປອີກນໍາ ແລ້ວເຄີຍສັງເກດກັນບໍ່ວ່າສິ່ງເຫຼົ່ານີ້ທີ່ເຮົາລືມເຮັດ ຫຼື ແກ້ເຮັດໃຫ້ມີອຸປະສັກຕາມມາຢູ່ເລື້ອຍໆ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່ກໍຕາມ ຖ້າຈື່ຄຳບົນບານສານກ່າວທີ່ໄດ້ເຄີຍກ່າວໄວ້ແລ້ວແນະນຳວ່າໃຫ້ໄປແກ້ບົນ ຫຼື ຖອນຄຳສາບານກັນດີກວ່າ.
ກ່ອນທີ່ເຮົາຈະເຮັດການຖອນຄຳສາບານ ຫຼື ຄຳອະທິຖານຕ່າງໆນັ້ນ ສິ່ງທຳອິດເຮົາຕ້ອງສ້າງບຸນໃໝ່ ເພື່ອເປັນການປູທາງຂອງບຸນ ເນື່ອງຈາກອຸປະສັກທີ່ເຮົາພົບພໍ້ຢູ່ນັ້ນມາຈາກການທີ່ເຮົາມີບຸນເກົ່າບໍ່ພຽງພໍ, ອຸທິດບຸນໃໝ່ທີ່ເຮົາເຮັດນີ້ໃຫ້ແກ່ສິ່ງສັກສິດ ຫຼືດວງວິນຍານທຸກດວງທີ່ເຮົາເຄີຍລ່ວງເກີນໄປ ໄດ້ຮູ້ເຖິງສິ່ງທີ່ເຮົາໄດ້ຕັ້ງໃຈຈະເຮັດໃຫ້ ເຊິ່ງນີ້ຄືການຂໍຂະມາລາໂທດ ໂດຍການສ້າງບຸນນີ້ເຮັດໄດ້ຫຼາຍຢ່າງ ເຊັ່ນ: ການເຮັດທານກັບຜູ້ທຸກຍາກ ຫຼື ເຮັດບຸນກັບສະຖານທີ່ການສຶກສາ, ການໃສ່ບາດ, ການເຮັດສັງຄະທານ ຫຼື ການບໍລິຈາກຕ່າງໆ ແລະ ສູດມົນ ນັ່ງວິປັດສະນາກຳມະຖານຕັ້ງຈິດໃຫ້ສະຫງົບນິ້ງ ຢຶດໝັ້ນແນ່ວແນ່ ແລະ ມີຄວາມສັດທາດ້ວຍໃຈ.

ສິ່ງຂອງທີ່ຕ້ອງຈັດກຽມໃນການຖອນຄຳສາບານ ມີດັ່ງນີ້: ທູບ 5 ຄູ່, ທຽນຂາວເຫຼັ້ມນ້ອຍ 5 ຄູ່, ດອກໄມ້ 5 ຄູ່, ຫຼຽນບາດ 5 ຫຼຽນ ແລ້ວກ່າວຂໍຖອນຄຳອະທິຖານ ຖອນຄຳສາບຄຳແຊ່ງ ຄຳບົນບານທີ່ຕົນໄດ້ຕັ້ງຂຶ້ນ ພ້ອມດ້ວຍກິເລດ ດ້ວຍຕັນຫາ ດ້ວຍອຸທານ ດ້ວຍໂທສະ ດ້ວຍໂມຫະ ດ້ວຍມານະ ດ້ວຍມິດສາທິຖິ ເປັນໄປເພື່ອຄວາມພະຍາບາດບຽດບຽນ ສ້າງເວນສ້າງກຳ ບໍ່ປະກອບດ້ວຍທຳ ບໍ່ປະກອບດ້ວຍວິໄນ ບໍ່ປະກອບດ້ວຍບັນຫາ ບໍ່ປະກອບດ້ວຍບາລະມີ ທີ່ໄດ້ອະທິຖານໄວ້ ສາບແຊ່ງໄວ້ ບົນບານໄວ້ ສັນຍາໄວ້ ໃນອະດີດຊາດ ປັດຈຸບັນຊາດກໍດີ.

ຂໍອຳນາດເຈົ້າພະບາລະມີຂອງອົງສົມເດັດພະສໍາມາສໍາພຸດທະເຈົ້າ ພະຣັດຕະນະໄຕ ແລະ ເທບພົມທັງ 16 ຊັ້ນຟ້າ 15 ຊັ້ນດິນ ແມ່ທໍລະນີໄດ້ໂປດເປັນສັກຂີພິຍານໃນການທີ່ລູກຂໍຖອນຄຳອະທິຖານເຫຼົ່ານັ້ນ ຖອນຄຳແຊ່ງ ຄຳສາບ ຄຳບົນບານ ຄຳສັນຍາ ຮ້ອຍຫົນ ພັນຫົນ ນະການ ບັດນີ້ເທີດ.

( ຕັ້ງຈິດ ) ແລ້ວຕັ້ງຈິດອະຖິຖານ ພ້ອມກ່າວບອກຊື່ ຂ້າພະເຈົ້າ ( ຊື່ – ນາມສະກຸນ ) ຂໍອະໂຫສິກຳຕໍ່ເຈົ້າກຳນາຍເວນທີ່ຂ້າພະເຈົ້າໄດ້ເຄີຍລ່ວງເກີນນັບແຕ່ອະດີດຊາດທຸກພົບທຸກຊາດ ຈວບຈົນເຖິງປັດຈຸບັນຊາດ ທີ່ເຄີຍໄດ້ລ່ວງເກີນ ບຽດບຽນທ່ານ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ ເຮັດໃຫ້ທ່ານເຈົ້າກຳນາຍເວນທຸກທ່ານເປັນທຸກ ຂ້າພະເຈົ້າໄດ້ສຳນຶກຜິດແລ້ວ ຂໍທ່ານເຈົ້າກຳນາຍເວນທຸກທ່ານ ໂປດເມດຕາ ອະໂຫສິກຳຕໍ່ກັນ ນັບແຕ່ນີ້ເປັນຕົ້ນໄປ ຂ້າພະເຈົ້າຈະສ້າງບຸນສ້າງກຸສົນ ໝັ່ນບຳເພັນບາລະມີອຸທິດຕໍ່ເຈົ້າກຳນາຍເວນທຸກທ່ານ ຂໍທຸກທ່ານຈົ່ງນ້ອມຮັບອະນຸໂມທະນາ ສາທຸການ ແລະ ອະໂຫສິກຳໃຫ້ຂ້າພະເຈົ້າດ້ວຍເທີດ ສາທຸ ສາທຸ ສາທຸ.

[ ຂໍ້ມູນ: ວັດຖຸມຸງຄຸນ ]