ລັດຖະມົນຕີກະຊວງການເງິນ ຕິດຕາມການຈັດຕັ້ງປະຕິບັດຂະຫຍາຍຖານລາຍຮັບຕິດພັບກັບວາລະແຫ່ງຊາດຢູ່ສະຫວັນນະເຂດ

56

 

ໃນວັນທີ 31 ສິງຫາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ລ້ານຊ້າງມິເນໂຣນສ໌ ລີມີເຕັດ ຢູ່ບໍ່ຄໍາເຊໂປນ ເມືອງເຊໂປນ ແຂວງສະຫວັນນະເຂດ, ໂດຍຄະນະນໍາຂອງຂະແໜງການເງິນ, ພ້ອມດ້ວຍບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.

ການເຄື່ອນໄຫວຄັ້ງນີ້, ໄດ້ຢ້ຽມຢາມສະຖານທີ່ຫ້ອງເຮັດວຽກຂອງບໍລິສັດ ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການດໍາເນີນທຸລະກິດດັ່ງກ່າວ, ພ້ອມນັ້ນບໍລິສັດກໍໄດ້ມອບພັນທະໃຫ້ລັດ ຖະບານຈໍານວນ 10,67 ລ້ານກວ່າ ໂດລາສະຫະລັດ, ໃນນີ້, ພາສີຊັບພະຍາກອນແຮ່ທາດຈໍານວນ 4,75 ລ້ານກວ່າໂດລາສະຫະລັດ ແລະ ເງິນປັນຜົນ 5,91 ລ້ານກວ່າໂດລາສະຫະລັດ; ຕາງໜ້າມອບໂດຍທ່ານ ຜູ້ອໍານວຍການໃຫຍ່ບໍລິສັດຝ່າຍລາວ ແລະ ຕາງໜ້າຮັບແມ່ນທ່ານຫົວກົມຄຸ້ມຄອງຊັບແຫ່ງລັດ ແລະ ທ່ານ ຮອງຫົວຽໜ້າກົມສ່ວຍສາອາກອນ, ຫຼັງຈາກນັ້ນກໍ່ໄດ້ສືບຕໍ່ຢ້ຽມຢາມຈຸດຂຸດຄົ້ນຄໍາ ແລະ ໂຮງງານຫຼອມຄໍາເພື່ອເບີ່ງກໍາມະວິທີການຜະລິດຕົວຈິງແຕ່ລະຂັ້ນຕອນ.


ສ່ວນໃນຕອນບ່າຍຂອງວັນດຽວກັນຢູ່ທີ່ພະແນກການເງິນແຂວງ,ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂະ ຫຍາຍຖານລາຍຮັບຕິດພັນກັບວາລະແຫ່ງຊາດຢູ່ແຂວງສະຫວັນນະເຂດ.ຊຶ່ງມີບັນດາທ່ານຄະນະພະແນກການເງິນແຂວງ,ພາກສ່ວນສ່ວຍສາອາກອນ, ພາສີປະຈໍາແຂວງ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້້າຮ່ວມ.


ໂອກາດນີ້,ໄດ້ຮັບຟັງການລາຍງານຂອງທ່ານ ຮອງຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ໂດຍສະເພາະແມ່ນສະພາບການປະຕິບັດແຜນງົບປະມານແຫ່ງລັດປະຈຳ 8 ເດຶອນ ປີ2022 ແລະ ແຜນການ 4 ເດຶອນທ້າຍປີ, ຊຶ່ງມີໂອກາດອັນເອື້ອອຳນວຍ, ສິ່ງທ້າທາຍ ແລະ ຜົນກະທົບຫຼາຍຢ່າງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສະຫວັນນະເຂດເວົ້າລວມ, ແຕ່ວ່າອີງໃສ່ມາດຕະການແກ້ໄຂຄວາມຫຍຸງຍາກທາງດ້ານເສດຖະກິດ-ການເງິນຂອງລັດຖະບານ ໂດຍສະເພາະຄຳສັ່ງເລກທີ 18/ນຍ, ວາລະແຫ່ງຊາດຂອງແຂວງສະຫວັນນະເຂດສະບັບເລກທີ 2626/ຈຂ, ພະແນກການເງິນແຂວງພ້ອມດ້ວຍ 3 ຂະແໜງສາຍຕັ້ງໄດ້ເອົາໃຈໃສ່ບຸກບືນໃນການຈັດເກັບລາຍຮັບໃນ 07 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບປະຕິບັດຮອດວັນທີ 30 ສິງຫາ 2022: ໄດ້ທັງໝົດ 1.091,15 ຕື້ກີບ ເທົ່າ 64,71% ຂອງແຜນການປີ, ສ່ວນລາຍຈ່າຍຮອດວັນທີ 30 ສິງຫາ 2022 ປະຕິບັດໄດ້ 510,44 ຕື້ກີບເທົ່າກັບ 62,29% ຂອງແຜນການປີ.


ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຫັນເປັນທັນສະໄໝຂອງຂະແໜງການເງິນແຂວງສະຫວັນນະເຂດໃນໄລຍະຜ່ານມາສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນຄໍາສັ່ງເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ; ຫັນເອົາແຜນຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງແຂວງ ເຂົ້າສູ່ຕົວຈິງໂດຍສະເພາະການຫັນເປັນທັນສະໄໝຂອງຂະແໜງການເງິນ, ເພື່ອສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ສາມາດບັນລຸຕາມຕົວເລກແຜນການ, ລື່ນແຜນການໃນແຕ່ລະປີ ເພື່ອກ້າວໄປສູ່ ເຮັດໃຫ້ລາຍຮັບພູດຂອງແຂວງກຸ້ມລາຍຈ່າຍພາຍໃນແຂວງ.


ໃນໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວທີ່ແຂວງກໍຄືພະແນກການເງິນປະຕິບັດໄດ້ໃນໄລຍະ 7 ເດືອນຕົ້ນປີ 2022, ພ້ອມທັງໄດ້ເນັ້ນໜັກໃນບາງບັນຫາເປັນຕົ້ນ: ສືບຕໍ່ເພີ່ມທະວີຍົກສູງນໍ້າໃຈຮັກຊາດ, ນໍ້າໃຈສາມັກຄີ, ນໍ້າໃຈເສຍສະຫຼະ ແລະ ປະ ຢັດມັດທະຍັດ, ເພື່ອພ້ອມກັນສູ້ຊົນຜ່ານຜ່າວິກິດການທີ່ກໍາລັງປະເຊີນໃນປັດຈຸບັນ, ພ້ອມນີ້ຍັງໄດ້ແນະນໍາໃນການພັດທະ ນາວຽກງານບຸກຄະລາກອນການກໍານົດແຜນກໍ່ສ້າງພະນັກງານນໍາພາຄຸ້ມຄອງໃນຂະແໜງການເງິນ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານໃຫ້ມີຄຸນນະພາບໃນການເຮັດໜ້າທີ່ບົນພື້ນຖານຕາມລະບຽບຫຼັກການຮັບປະກັນການຄຸ້ມຄອງເກັບລາຍຮັບໃຫ້ຄົບຖ້ວນ ແລະ ໂປ່ງໃສ.
ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ແນະນໍາໃຫ້ເຈົ້າໜ້າທີ່ຂະແໜງການການເງິນກໍຄືກົມທີ່ກ່ຽວຂ້ອງຈົ່ງປະສານສົມທົບກັບຜູ້ປະກອບການທຸລະກິດ, ເພື່ອເຮັດໜ້າທີ່ດ້ວຍຄວາມໂປ່ງໃສຫຼີກລ້ຽງການສວຍໂອກາດໃນການລັກ ລອບນໍາເຂົ້າ ແລະ ສົ່ງອອກສິນຄ້າທີ່ບໍ່ຖືກຕ້ອງ.