ສໍາຫຼວດລາຄາສິນຄ້າ 5 ລາຍການທີ່ຈໍາເປັນ ຢູ່ບາງຕະຫຼາດໃນ 3 ເມືອງຂອງນະຄອນຫຼວງວຽງຈັນ

74

ເຂົ້າ, ປາ, ຊີ້ນ, ໄຂ່ ເປັນສິ່ງຈໍາເປັນຕໍ່ການຢັງຊີບໃນແຕ່ລະວັນ ທ່າມກາງຫາງສຽງສັງຄົມຈົ່ມເຖິງລາຄາວັດຖຸດິບເຫຼົ່ານີ້ມີການເໜັງຕີງມາຕະຫຼອດ ຫຼ້າສຸດທີມຂ່າວພວກເຮົາໄດ້ລົງສໍາຫຼວດຢູ່ບາງຕະຫຼາດໃນນະຄອນຫຼວງວຽງຈັນ ພົບວ່າລາຄາການຂາຍໜ້າຮ້ານບາງລາຍການແມ່ນມີຄວາມແຕກຕ່າງກັນເລັກນ້ອຍ.

ຕອນເຊົ້າວັນທີ 31 ສິງຫາ 2022 ໄດ້ລົງສໍາຫຼວດລາຄາເຂົ້າສານ, ປານິນ, ຊີ້ນໝູ, ຊີ້ນງົວ ແລະ ໄຂ່ ຢູ່ບາງຕະຫຼາດໃນເມືອງຫາດຊາຍຟອງ, ສີສັດຕະນາກ ແລະ ເມືອງໄຊເສດຖາ ເຫັນໄດ້ວ່າ: ການຂາຍສິນຄ້າທີ່ພໍ່ຄ້າແມ່ຄ້າຂາຍຕາມທ້ອງຕະຫຼາດແມ່ນອີງໃສ່ຫຼາຍປັດໄຈເຊັ່ນ: ຕົ້ນທຶນ, ປະລິມານ, ຄວາມສົດຂອງສິນຄ້າ ເຮັດໃຫ້ສິນຄ້າປະເພດດຽວກັນມີລາຄາຕ່າງກັນ ແມ່ນຈະຢູ່ຕະຫຼາດດຽວກັນກໍຕາມ. ໃນນັ້ນ, 5 ລາຍການສິນຄ້າຈໍາເປັນຢູ່ບາງຕະຫຼາດໃນ 3 ເມືອງມີດັ່ງນີ້:

ໂດຍລວມແລ້ວລາຄາບໍ່ໄດ້ແຕກຕ່າງກັນຫຼາຍ ແລະ ແມ່ຄ້າບາງລາຍແມ່່ນຮ້ອງເພື່ອລູກຄ້າຕໍ່ໃນເວລາຊື້ຕົວຈິງ ເຊິ່ງຕົວເລກທີ່ນໍາມາສະເໜີນີ້ແມ່ນເອົາລາຄາສູງສຸດມາປຽບທຽບກັນ ເຊິ່ງກໍຍັງມີລາຄາທີ່ຕໍ່າກວ່ານີ້ທີ່ເປັນທາງເລືອກໃນການຊື້. ຢ່າງໃດກໍຕາມ, ປັດໄຈລາຄາ ສ່ວນໃຫຍ່ແມ່ນມາຈາກຕົ້ນທຶນການຜະລິດທີ່ສູງຂຶ້ນ. ດັ່ງນັ້ນ, ຫາກພວກເຮົາສາມາດຄວບຄຸມຈຸດນີ້ໄດ້ ໃນສ່ວນລາຄາກໍຖືເປັນການແກ້ບັນຫາປາຍເຫດ.

ລາຄາເຂົ້າສານ ຕໍ່ໝື່ນ