3 ພາກສ່ວນ ຫາລືເລັ່ງແກ້ໄຂບັນຫາການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ຜ່ານລົດໄຟ ລາວ-ຈີນ

92

ນັບແຕ່ເປີດບໍລິການລົດໄຟລາວ-ຈີນ ແມ່ນຈະມີຫາງສຽງຈາກສັງຄົມຢ່າງຕໍ່ເນື່ອງກ່ຽວກັບການບໍລິການ ເປັນຕົ້ນແມ່ນກ່ຽວກັບປະກົດການນາຍໜ້າຂາຍປີ້, ບັນຫາຊື້ປີ້, ຈອງປີ້ຍາກ ແລະ ການບໍລິການຈອງຕູ້ຂົນສົ່ງສິນຄ້າຜ່ານລົດໄຟ ລາວ-ຈີນ ທີ່ພາກທຸລະກິດເຫັນວ່າຍັງມີຫຼາຍຂັ້ນຕອນຫຍຸ້ງຍາກຢູ່.

ແຕ່ບັນຫາທັງໝົດພາກສ່ວນກ່ຽວຂ້ອງແມ່ນຮັບຮູ້ ແລະພະຍາຍາມຫາທາງແກ້ໄຂຢູ່ ໂດຍໃນວັນທີ 31 ສິງຫາ 2022 ນີ້ 3 ພາກສ່ວນຄື: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດລາວ ໃນນັ້ນໄດ້ມີສຳມະນາກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທອນ ໄຊຍະກອນ ຮອງຫົວໜ້າກົມທາງລົດໄຟ, ກະຊວງ ຍທຂ, ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ, ທ່ານ ທອງເດີນ ຄຳມະນີ ຮອງອຳນວຍການ ບໍລິສັດ ທາງລົດໄຟ ລາວ-ຈີນ, ພ້ອມມີບັນດາພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງຂໍ້ມູນດ້ານການໃຫ້ບໍລິການກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ, ພ້ອມທັງປຶກສາຫາລືແບບວິຊາການຕໍ່ກັບປັດໃຈຂໍ້ຫຍຸ້ງຍາກທີ່ຜູ້ປະກອບການພົບພໍ້ ໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ ເຊິ່ງເປັນໜຶ່ງໃນບັນຫາບູລິມະສິດທີ່ຖືກຍົກຂຶ້ນຜ່ານຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ.

ທ່ານ ວັນທອງ ສິດທິກຸນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ ເຊິ່ງເປັນຊ່ອງທາງໜຶ່ງ ໃນການຊ່ວຍຫຼຸດຜ່ອນຕົ້ນທຶນຄ່າຂົນສົ່ງ ແລະ ອໍານວຍຄວາມສະດວກຕໍ່ການສົ່ງອອກສິນຄ້າຂອງ ສປປ ລາວ. ການພັດທະນາລະບົບຂົນສົ່ງສິນຄ້າທາງລົດໄຟ ຄຽງຄູ່ກັບການຈັດຕັ້ງປະຕິບັດແຜນວຽກດ້ານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຈະຊ່ວຍເຊື່ອມຈອດຜູ້ຜະລິດ ແລະ ຜູ້ຊົມໃຊ້ ໃນຂົງເຂດຈີນ-ອາຊຽນ ແລະ ຊ່ວຍໃຫ້ຜູ້ຜະລິດໃນ ສປປ ລາວ ສາມາດເຂົ້າເຖິງຕ່ອງໂສ້ການສະໜອງສິນຄ້າຂອງສາກົນ, ຕະຫຼາດສົ່ງອອກທີ່ຫຼາກຫຼາຍ ແລະ ໂອກາດໃນການຜະລິດສິນຄ້າທີ່ຫຼາກຫຼາຍຂຶ້ນ.

ທ່ານ ຈັນທອນ ໄຊຍະກອນ ຮອງຫົວໜ້າກົມທາງລົດໄຟ ກ່າວວ່າ: ຄວາມໝາຍຄວາມສຳຄັນຂອງການຂົນສົ່ງ ແມ່ນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເວົ້າລວມເວົ້າສະເພາະແມ່ນການນຳເຂົ້າ-ສົ່ງອອກ, ວຽກງານທາງລົດໄຟ ແມ່ນການພັດທະນາໂຄງລ່າງພື້ນຖານ ແນ່ໃສ່ອຳນວຍຄວາມສະດວກໃນການຂົນສົ່ງ, ນັບແຕ່ມື້ເປີດນຳໃຊ້ທາງລົດໄຟ ລາວ-ຈີນ ແມ່ນພວກເຮົາໄດ້ມີການສ້າງນິຕິກຳເພື່ອຄຸ້ມຄອງການຂົນສົ່ງຜ່ານທາງລົດໄຟ. ຜ່ານມາການເປີດນຳໃຊ້ມີກໍເຫັນວ່າພົບຫຼາຍບັນຫາຄົງຄ້າງ. ດັ່ງນັ້ນ, ກອງປະຊຸມສຳມະນາຄັ້ງນີ້ແມ່ນມີຄວາມສຳຄັນທີ່ຈະໄດ້ປຶກສາຫາລື ແລະ ເລັ່ງແກ້ໄຂກ່ຽວກັບບັນຫາທີ່ເກີດຂຶ້ນ ອັນໃດທີ່ພວກເຮົາສາມາດແກ້ໄຂໄດ້ກໍຈະເລັ່ງແກ້ໄຂ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຍົກປະເດັ່ນເລື່ອງການຊື້ປີ້ໂດຍສານລົດໄຟຂອງບໍລິສັດທ່ອງທ່ຽວ ແລະ ບຸກຄົນທົ່ວໄປມີຄວາມຫຍຸ້ງຍາກ, ບັນຫານາຍໜ້າຂາຍປີ້ຕໍ່, ການຂໍຕູ້ຂົນສົ່ງສິນຄ້າ ແລະ ສະເໜີໃຫ້ເພີ່ມບ່ອນບໍລິການຂ່າຍປີ້ໃນຕົນເມືອງ, ຈັດການຂາຍຜ່ານທາງອອນລາຍ ເພື່ອໃຫ້ສະດວກ ແລະ ວ່ອງໄວແກ່ການບໍລິການ.